(ສພຊ) – ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະ ທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ທ່ານ ຄໍາໃບ ດຳລັດ ກ່າວວ່າ: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໄດ້ຜ່ານການພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 20 ມິຖຸນາ 2025 ມີສະມາຊິກສະພາແຫ່ງຊາດ (ສສຊ) ຈຳນວນ 19 ທ່ານ ປະກອບຄຳເຫັນໃສ່ 43 ມາດຕາ ກວມເອົາ 83 ເຊິ່ງບັນດາຄຳຄິດຄໍາເຫັນເຫຼົ່ານັ້ນ ຄະນະຮັບຜິດຊອບກໍໄດ້ຄົ້ນຄວ້າພິຈາລະນາປັບປຸງເນື້ອໃນເບື້ອງຕົ້ນ ແລະ ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ກໍໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ໃນວັນທີ 25 ມິຖຸນາ 2025 ໂດຍ ສສຊ ໄດ້ຮັບຮອງເອົາດ້ວຍຄະແນນສຽງເຫັນດີຫຼາຍກວ່າ 97% ຂອງຈຳນວນທີ່ເຂົ້າຮ່ວມ; ເຖິງຢ່າງໃດກໍຕາມ, ກົດໝາຍສະບັບນີ້ ມີບັນດາທ່ານ ສສຊ ປະກອບຄຳເຫັນຢ່າງຫຼາກຫຼາຍ ແລະ ກົງໄປກົງມາ. ສະນັ້ນ, ກອງປະຊຸມຮຽບຮຽງຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າຢ່າງລະອຽດ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນເອົາຄໍາເຫັນຂອງຜູ້ແທນມາປັບປຸງໃສ່ເນື້ອໃນກົດໝາຍ ແລະ ເນື່ອງຈາກເປັນການຮຽບຮຽງຄັ້ງສຸດທ້າຍ ນອກຈາກຄໍາເຫັນຂອງຜູ້ແທນແລ້ວ ຖ້າເຫັນວ່າຍັງມີຈຸດໃດ, ຄໍາສັບໃດ ທີ່ບໍ່ທັນຈະແຈ້ງ ແລະ ສອດຄ່ອງ ກໍສາມາດຍົກຂຶ້ນສົນທະນາກັນຕື່ມ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ສອດຄ່ອງ, ຮັດ ກຸມ ແລະ ສົມບູນ ກ່ອນນໍາສະເໜີປະທານສະພາແຫ່ງຊາດລົງລາຍເຊັນ.
(ສອນສັກ ວັນວິໄຊ)