loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮຽບຮຽງການແປເອກະສານກອງປະຊຸມ AIPA

ກ.ຍ. 19, 2024 | SlideMobile, ຂ່າວເດັ່ນ

​(ສພຊ) – ວັນທີ 18-20 ກັນຍາ 2024 ທີ່ສະພາແຫ່ງຊາດ ໄດ້ຈັດກອງປະຊຸມກວດແກ້ປັບປຸງ ແລະ ຮຽບຮຽງການແປລະບຽບການ ແລະ ເອກະສານກ່ຽວຂ້ອງຕ່າງໆຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ຈາກລາວເປັນອັງກິດ ແລະ ຈາກອັງກິດເປັນລາວ, ໂດຍການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ, ມີຄະນະຮັບຜິດຊອບເນື້ອໃນດ້ານຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ; ທັງນີ້ ກໍເພື່ອຮັບປະກັນໃຫ້ເນື້ອໃນເອກະສານຕ່າງໆມີຄວາມສົມບູນຂຶ້ນກວ່າເກົ່າ, ຖືກ ຕ້ອງຕາມແນວທາງ ແລະ ສອດຄ່ອງກັບຄຳສັບທາງການໃນດ້ານວຽກງານຕ່າງໆ.
​ໃນກອງປະຊຸມ ໄດ້ມີການສະເໜີແຕ່ລະເນື້ອໃນຄື: ເອກະສານທຳມະນູນໄອປາ, ຄູ່ມືລະບຽບການ ແລະ ຂະ ບວນການໃນການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ໄອປາ, ປຶ້ມຄູ່ມື ແລະ ຂັ້ນຕອນດຳເນີນກອງປະຊຸມລະ ຫວ່າງອາຊຽນກັບໄອປາ, ປຶ້ມຄູ່ມືກ່ຽວກັບການຮ່າງມະຕິຂອງໄອປາ, ພາລະບົດບາດຂອງກອງປະຊຸມສະມາຊິກລັດຖະສະພາເພດຍິງໄອປາ, ລະບຽບການດຳເນີນກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ, ພາລະບົດບາດຂອງກອງປະ ຊຸມສະພາທີ່ປຶກສາກ່ຽວກັບຜົນຮ້າຍຂອງຢາເສບຕິດໄອປາ, ປຶ້ມຄູ່ມື ແລະ ອຸປະກອນເຝິກອົບຮົມທຸກຢ່າງ, ຄູ່ມືກ່ຽວກັບການຮ່າງຂອບແນວຄວາມຄິດຂອງໄອປາ, ຄູ່ມືກ່ຽວກັບການຮ່າງບົດອະທິບາຍ, ບາງຮ່າງມະຕິຈາກພາສາອັງກິດເປັນພາສາລາວ/ຈາກພາສາລາວເປັນພາສາອັງກິດ; ຈາກນັ້ນ, ໄດ້ຮ່ວມກັນກວດແກ້ ແລະ ປັບປຸງບັນດາຄຳສັບໃຫ້ເປັນຄຳສັບທາງການ, ຖືກຕ້ອງສອດຄ່ອງກັບແນວທາງ ພ້ອມທັງປະກອບຄຳຄິດເຫັນໃນການກວດແກ້ແຕ່ລະເອກະສານ.
​(ອານຸສອນ ພູມມີທອນ)