(ສພຊ) – ຕອນສວາຍວັນທີ 26 ເມສານີ້ ທີ່ສະພາແຫ່ງຊາດ ໄດ້ມີພິທີປະກາດຮັບສະມາຊິກສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ; ເຂົ້າຮ່ວມມີຄະນະບໍລິຫານງານ ແລະ ບັນດາສະມາຊິກສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ.
ໃນພິທີ ໄດ້ຜ່ານແຈ້ງການ ແລະ ຂໍ້ຕົກລົງຂອງປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ສະບັບເລກທີ 06, 07, 08 ແລະ 09/ສມລ-ກ, ລົງວັນທີ 21 ເມສາ 2025 ວ່າດ້ວຍການແຕ່ງຕັ້ງສະມາຊິກສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ຄື: ທ່ານ ດຣ. ທອງຫວ່າງ ລາດຊະວົງ ອະດີດຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ທ່ານ ເພັດສະໝອນ ເທບພະວົງ ອະດີດຫົວໜ້າອຳນວຍການບໍລິສັດ ລາວໂທລະຄົມມະນາຄົມ ສາຂາແຂວງສະຫວັນນະເຂດ, ທ່ານ ພູວົງ ພະມີສິດ ປະທານສະມາຄົມເຄື່ອງປະດັບ ແລະ ອັນຍະມະນີລາວ, ທ່ານ ອາງ ບົດ (Ang Buth) ຜູ້ອຳນວຍໃຫຍ່ທະນາຄານ ແຄນນາເດຍລາວ ຈຳກັດ; ຈາກນັ້ນ, ກໍໄດ້ມອບຂໍ້ຕົກລົງໃຫ້ສະມາຊິກໃໝ່ 4 ທ່ານ.

ທ່ານ ຄໍາໃບ ດໍາລັດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການສະໝັກໃຈເຂົ້າເປັນສະມາຊິກຂອງສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ເພື່ອປະກອບສ່ວນສະຕິປັນຍາ, ເຫື່ອແຮງ ແລະ ເສດຖະກິດ ເຂົ້າໃນການເຄື່ອນໄຫວຂອງສະມາຄົມ ກໍຄືການປະກອບສ່ວນເສີມຂະຫຍາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ໝັ້ນຄົງ ຍາວນານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ. ພ້ອມນັ້ນ, ທ່ານຍັງຮຽກຮ້ອງໃຫ້ບັນດາຄະນະບໍລິຫານງານ ແລະ ສະມາຊິກທຸກທ່ານ ຈົ່ງພ້ອມກັນເອົາໃຈໃສ່ສົມທົບກັບຝ່າຍກໍາປູເຈຍ ໃນການເຜີຍແຜ່ ແລະ ໃຫ້ຂໍ້ມູນ, ຄວາມຮູ້ແກ່ປະຊາຊົນສອງປະເທດ ຕໍ່ມູນເຊື້ອອັນດີງາມແຫ່ງການພົວພັນ ແລະ ການຮ່ວມມືຂອງ ລາວ ແລະ ກໍາປູເຈຍ ເພື່ອໃຫ້ເຂົາເຈົ້າເຂົ້າໃຈແຈ້ງ, ເລິກເຊິ່ງ ເພື່ອສືບຕໍ່ຖະໜຸຖະໜອມ ແລະ ເພີ່ມພູນຄູນສ້າງໃຫ້ສູ່ຮຸ່ນລູກ, ຮຸ່ນຫຼານຕໍ່ໄປ; ປະສານງານ ແລະ ສົມທົບກັບຝ່າຍກໍາປູເຈຍ ໃນການຈັດກິດຈະກຳຕ່າງໆ ໃນໂອກາດສຳຄັນຂອງສອງປະເທດ ດ້ວຍຮູບການຈັດປາຖະກະຖາ, ວາງສະແດງຮູບພາບ, ຈັດກິລາມິດຕະພາບ, ຖາມ-ຕອບ, ຂຽນບົດກາບກອນ, ບົດເລື່ອງ, ບົດກາວີ ກ່ຽວກັບການຮ່ວມມື ລາວ-ກໍາປູເຈຍ; ສະໜັບສະໜູນ, ອໍານວຍຄວາມສະດວກ ແລະ ສົ່ງເສີມການພົບປະແລກປ່ຽນຢ້ຽມຢາມ ແລະ ຈັດກິດຈະກໍາລະຫວ່າງປະຊາຊົນ ໂດຍສະເພາະເຂດຊາຍແດນ ໃຫ້ເຂົາເຈົ້າມີຄວາມຮັກແພງ, ໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືກັນເພື່ອພັດທະນາ ເຮັດໃຫ້ຊາຍແດນເປັນຊາຍແດນມິດຕະພາບ, ສັນຕິພາບ ແລະ ການພັດທະນາ; ສືບຕໍ່ລະດົມທຶນ, ຂົນຂວາຍທຶນຮອນທີ່ບໍ່ຂັດກັບກົດໝາຍ ເພື່ອຊ່ວຍເຊິ່ງກັນແລະກັນ ໃນເວລາຝ່າຍໃດໜຶ່ງໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ແລະ ຊ່ວຍເຫຼືອສັງຄົມໃນເມື່ອມີຄວາມຈຳເປັນ ແລະ ຮຽກຮ້ອງຕ້ອງການ; ຂະຫຍາຍສະມາຊິກຂອງສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ແລະ ຂັ້ນແຂວງ ໃຫ້ຫຼາຍຂຶ້ນ ເພື່ອເປັນກຳລັງແຮງຮອບດ້ານໃຫ້ແກ່ສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ.
(ນາງ ອາລິນ ສຸພິມມະປະດິດ)