
ຕອນເຊົ້າຂອງວັນສຸກ, ວັນທີ 24 ກຸມພາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງອຸດົມໄຊ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງຂຶ້ນ, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມພິທີມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ສະຫາຍ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ/ສໍາຮອງພາຍໃນໜ່ວຍພັກສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.



ໃນພິທີ, ພາຍຫຼັງຄະນະຈັດຕັ້ງໄດ້ກ່າວຈຸດປະສົງ ແລະ ສະເໜີຜູ້ເຂົ້າຮ່ວມ, ສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ຄະນະພັກໄດ້ຜ່ານມະຕິຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ(ສໍາຮອງ)ຈໍານວນ 5 ສະຫາຍ, ຍິງ 3 ສະຫາຍຄື: ສະຫາຍ ຄໍາສຸກ ຈັນທະວົງ, ສະຫາຍ ພອນຄໍາ ກາຍາຫວດ, ສະຫາຍ ນ. ວາດສະໜາ ອິນທະຈັກ, ສະຫາຍ ນ. ຕິ້ງນ້ອຍ ຈັນປະເສີດ, ສະຫາຍ ນ. ສີສະເກດ ລິດຕະສີ ແລະ ໄດ້ຈັດພິທີຮັບຢ່າງເປັນທາງການ.





ພ້ອມດຽວກັນນັ້ນສະມາຊິກພັກສຳຮອງ 1 ສະຫາຍ ໄດ້ຕາງໜ້າຂຶ້ນຮັບເອົາຄໍາໂອ້ລົມ ແລະ ປະຕິຍານຕົນ ຕໍ່ ໜ່ວຍພັກສະພາປະຊາຊົນແຂວງຕື່ມອີກ.

ພາບ/ຂ່າວ: ແສງພອນ ອິນນະລົງ.