![](https://na.gov.la/wp-content/uploads/2024/01/422665438_846197260850514_7236167660561013076_n.jpg)
ວັນພະຫັດ, ວັນທີ 25 ມັງກອນ 2024, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມປະຈໍາເດືອນ ມັງກອນ 2024, ເພື່ອຮັບຟັງລາຍງານການປັບປຸງບາງມາດຕາ, ບາງເນື້ອໃນ 4 ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ຈາກຄະນະຮັບຜິດຊອບ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ວມ ຮອງເລຂາພັກແຂວງ, ປະທານຄະນະປະຈໍາສະພາປະຊາຊົນແຂວງ, ມີຮອງປະທານ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າພະແນກ-ຄະນະພະແນກ, ຫົວໜ້າຂະແໜງ, ຄະນະຮັບຜິດຊອບຮ່າງ ແລະ ສ້າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ເຂົ້າຮ່ວມ.
ກອງປະຊຸມ, ບັນດາທ່ານຕາງໜ້າຄະນະຮັບຜິດຊອບຮ່າງ ແລະ ສ້າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ໄດ້ລາຍງານການປັບປຸງເນື້ອໃນຄືນ, ບາງໝວດ, ບາງມາດຕາ ຂອງຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ຈໍານວນ 4 ສະບັບຄື: ຮ່າງຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ແລະ ນໍາໃຊ້ຊົນລະປະທານ ຢູ່ແຂວງອຸດົມໄຊ; ຮ່າງຂໍ້ຕົກລົງ ວ່າດ້ວຍ ນະໂຍບາຍ ແລະ ລາຄາຫົວໜ່ວຍຊົດເຊີຍຜົນກະທົບ ຈາກໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ມໂຍງ ແລະ ເຊື່ອມຈອດ ຢູ່ແຂວງອຸດົມໄຊ; ຮ່າງຂໍ້ຕົກລົງ ວ່າດ້ວຍ ລາຄາຫົວໜ່ວຍນໍ້າປະປາ ຢູ່ແຂວງອຸດົມໄຊ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍ ການມອບ ແລະ ຖອນສິດນໍາໃຊ້ທີດິນຂອງລັດ ຢູ່ແຂວງອຸດົມໄຊ. ເຊິ່ງບັນດາຂໍ້ຕົກລົງດັ່ງກ່າວແມ່ນໄດ້ນໍາເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນຄັ້ງວັນທີ 9-12 ມັງກອນ 2024 ທີ່ຜ່ານມາ ແລະ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ຄົ້ນຄວ້າ, ພິຈາລະນາ, ປະກອບຄໍາເຫັນຢູ່ໃນກອງປະຊຸມຢ່າງເລິກເຊິ່ງ, ກົງໄປກົງມາ ແລະໄດ້ລົງຄະແນນສຽງຮັບຮອງເອົາຢ່າງເປັນທາງການ.
![](https://na.gov.la/wp-content/uploads/2024/01/421774580_846197390850501_4024548106512240544_n.jpg)
![](https://na.gov.la/wp-content/uploads/2024/01/422432139_846197527517154_4041437134417604601_n.jpg)
![](https://na.gov.la/wp-content/uploads/2024/01/421774452_846197677517139_4234169653871657092_n.jpg)
![](https://na.gov.la/wp-content/uploads/2024/01/422667595_846197967517110_764624086162912230_n.jpg)
![](https://na.gov.la/wp-content/uploads/2024/01/421773377_846198067517100_2112617081546102943_n.jpg)
![](https://na.gov.la/wp-content/uploads/2024/01/422797843_846198464183727_8395793620743640301_n.jpg)
![](https://na.gov.la/wp-content/uploads/2024/01/422805975_846198640850376_7435998034717451880_n.jpg)
ຕອນທ້າຍປະທານໄດ້ມີຄໍາເຫັນ ກ່ອນອື່ນທ່ານໄດ້ສະແດງຄວາມຂອບໃຈພາກສ່ວນກ່ຽວຂ້ອງທີ່ໃຫ້ການຮ່ວມມື ແລະ ປັບປຸງຂໍ້ຕົກລົງດັ່ງກ່າວຕາມຄໍາຄິດຄໍາເຫັນຂອງບັນດາທ່ານສະພາປະຊາຊົນແຂວງ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຫຼັກການ, ສະພາບຄວາມເປັນຈິງໃນປັດຈຸບັນ ແລະ ສາມາດນໍາສະເໜີຕໍ່ທ່ານເຈົ້າແຂວງລົງລາຍເຊັນ, ປະກາດໃຊ້ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
![](https://na.gov.la/wp-content/uploads/2024/01/422794620_846199134183660_7286274237899326264_n.jpg)