

ຕອນເຊົ້າຂອງວັນພະຫັດທີ 10 ພະຈິກ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອຸດົມໄຊ, ບັນດາພະແນກການກ່ຽວຂ້ອງຂົງເຂດເສດຖະກິດ ໄດ້ເຂົ້າລາຍງານສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ ຕໍ່ຄະນະປະຈໍາສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ, ຕາງໜ້າຈາກທະນາຄານ ແລະ ພະນັກງານຂະແໜງການກ່ຽວຂ້ອງເຂົ້າຮ່ວມ.



ກອງປະຊຸມໄດ້ຮັບຟັງການລາຍງານ ສະພາບພົ້ນເດັ່ນ, ຂໍ້ສະດວກ – ຂໍ້ຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຂອງຂົງເຂດເສດຖະກິດໃນໄລຍະຜ່ານມາຕາມຄໍາຖາມເຈາະຈີ້ມ ແລະ ມີຄໍາສະເໜີເພື່ອເປັນການແລກປ່ຽນຄໍາຄິດເຫັນ, ເຊິ່ງປະກອບມີ: ພະແນກການເງິນ, ພະແນກແຜນການ ແລະ ການລົງທຶນ, ພະແນກໂຍທາທິການແລະຂົນ ສົ່ງ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກອຸດສາຫະ ກຳ ແລະ ການຄ້າ ລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດ ຕາມມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ, ເລກທີ 139, ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ ຫຼື ບໍ່, ຍັງຄາດໝາຍໃດທີ່ຍັງບໍ່ບັນລຸ ແລະ ຈະສືບຕໍ່ໃຫ້ສໍາເລັດ, ສາເຫດບໍ່ບັນລຸຍ້ອນຫຍັງ? ແລະ ໄດຮັບຟັງການລາຍງານກ່ຽວກັບການຈັດ ຕັ້ງປະຕິບັດ ບັນດາວຽກທີ່ພົ້ນເດັ່ນເຊັ່ນ ການຄຸ້ມຄອງເງິນຕາ, ການແລກປ່ຽນເງິນຕາ ແລະ ມີມາດຕະການຕໍ່ຜູ້ລະ ເມີດທີ່ແລກປ່ຽນເງິນຕາຊະຊາຍ ແລະ ແລກປ່ຽນເງິນສູງກວ່າທີ່ທາງທະນາຄານກຳນົດ ມາຮອດປັດຈຸບັນໄດ້ຈັດຕັ້ງປະຕິບັດຄືແນວໃດ, ມີຂໍ້ຫຍຸ້ງຍາກຄືແນວໃດ? ເຊິ່ງຜູ້ຕາງໜ້າທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອແຂວງອຸດົມໄຊລາຍງານ. ພາຍຫຼັງບັນດາພະແນກການ ໄດ້ລາຍງານແລ້ວ ສສຊ-ສສຂ ຍັງໄດ້ມີບາງຄໍາຖາມເຈາະຈີ້ມເພີ່ມຕື່ມອີກຈໍານວນໜຶ່ງ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ໄດ້ຊີ້ແຈງຕໍ່ຄໍາເຈາະຈີ້ມດັ່ງກ່າວ ຕາມຄວາມຮັບຜິດຊອບຂອງຕົນ ຢ່າງກົງໄປກົງມາ.



ໃນຕອນທ້າຍ, ປະທານກອງປະຊຸມໄດ້ມີຄໍາເຫັນເພີ່ມຕື່ມ ຕໍ່ຄະນະຮັບຜິດຊອບ ຈົ່ງຮີບຮ້ອນສັງລວມບັນດາເນື້ອໃນ, ບັນດາຄໍາສະເໜີຕ່າງໆ, ປັບປຸງ ແລະ ສົ່ງບົດລາຍງານດັ່ງກ່າວຢ່າງເປັນລາຍລັກອັກສອນໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ທັນຕາມກໍານົກເວລາ.

ພາບ/ຂ່າວ: ແສງພອນ ອິນນະລົງ.