ຮອດປັດຈຸບັນ ຂຶ້ນທະບຽນອອກໃບຕາດິນ 2 ລ້ານກວ່າຕອນ ເທົ່າກັບ 70.4%

ມ.ຖ. 19, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເຊິ່ງມີບາງຕອນສຳຄັນດັ່ງນີ້:
1. ການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອຫັນປ່ຽນສັງຄົມບໍລິການໄປສູ່ສັງຄົມການຜະລິດ: ການຜະລິດລະດູແລ້ງຜ່ານມາ ປູກພືດສິນຄ້າໄດ້ 37,600 ກວ່າເຮັກຕາ (ຮຕ) ລື່ນແຜນການ 18%; ສໍາເລັດການເຈລະ ຈາເປີດຕະຫຼາດກັບປະເທດຄູ່ຄ້າ ໂດຍສະເພາະ ສປຈີນ, ຫວຽດນາມ ແລະ ໄທ ປັດຈຸບັນມີ 74 ລາຍການເຈລະຈາ (ສັດ ມີ 4 ລາຍການ); ສົ່ງອອກໝາກມ່ວງໄປ ສປຈີນ ຄັ້ງປະຖົມມະລືກໃນວັນທີ 30 ພຶດສະພາຜ່ານມາ ຈຳນວນ 90 ໂຕນ ແລະ ຄາດວ່າໃນປີນີ້ ຈະສົ່ງອອກໄດ້ປະມານ 1,500 ໂຕນ ມູນຄ່າ 525,000 ໂດລາ ແລະ ໃນປີ 2026 ຈະສົ່ງອອກໄດ້ປະມານ 15 ພັນໂຕນ ມູນຄ່າ 5,250,000 ໂດລາ; ສົ່ງອອກທົດລອງເຂົ້າ, ກາເຟ ແລະ ໝາກໄມ້ອົບແຫ້ງ ໄປ ບຣູໄນ ຈໍານວນລວມ 50 ໂຕນ; ກະກຽມເຊັນສັນຍາສົ່ງອອກເຂົ້າໄປບັງກລາເທດ 2 ແສນໂຕນ/ປີ.
2. ການປຸງແຕ່ງຜະລິດຕະພັນກະສິກຳທີ່ສາມາດຜະລິດໄດ້ພາຍໃນ ໃຫ້ມີມູນຄ່າສູງຂຶ້ນຈາກການສົ່ງອອກວັດຖຸດິບ: ທົ່ວປະເທດມີໂຮງງານປຸງແຕ່ງມັນຕົ້ນ 22 ແຫ່ງ, ຄວາມຕ້ອງການມັນຕົ້ນດິບ ປະມານ 3.7 ລ້ານໂຕນ/ປີ, ມີຄວາມສາມາດຜະລິດແປ້ງມັນຕົ້ນ 978,000 ກວ່າໂຕນ/ປີ ເຮັດໃຫ້ສັດສ່ວນການສົ່ງອອກແປ້ງມັນຕົ້ນ ທຽບໃສ່ມູນຄ່າການສົ່ງອອກລວມ ເພີ່ມຂຶ້ນຈາກ 21% ໃນປີ 2021 ເປັນ 31% ໃນປີ 2024; ຈຳກັດການສົ່ງອອກເຂົ້າເປືອກທີ່ຍັງບໍ່ທັນໄດ້ຜ່ານການປຸງແຕ່ງ; ຊຸກຍູ້ການສ້າງຕັ້ງໂຮງງານຂ້າສັດທັນສະໄໝ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ຖ້າໂຮງງານເປີດນໍາໃຊ້ ຈະສາມາດຂ້າສັດ (ງວົ-ຄວາຍ) ເພື່ອປຸງແຕ່ງເປັນຊີ້ນແຊ່ແຂງ ໄດ້ 3 ແສນກວ່າໂຕນ/ປີ; ສ້າງຕັ້ງໂຮງງານແປຮູບປາຊວາຍ ຢູ່ແຂວງຈຳປາສັກ ສົ່ງໄປ ສປຈີນ ເຊິ່ງສົ່ງອອກແລ້ວ 400 ກວ່າໂຕນ ແລະ ຈະສາມາດສົ່ງອອກໄດ້ປະມານ 6 ພັນໂຕນ/ປີ ໃນປີ 2025 ແລະ 20 ພັນໂຕນ ນັບແຕ່ປີ 2026 ເປັນຕົ້ນໄປ.
3. ການທົດແທນການນຳເຂົ້າ ແລະ ຮັບປະກັນການສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ: ໄດ້ອອກແຈ້ງການເກືອດຫ້າມການນໍາເຂົ້າສິນຄ້າກະສິກຳທີ່ສາມາດຜະລິດໄດ້ພາຍໃນ ຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ ເຊິ່ງໄດ້ກຳ ນົດ 5 ລາຍການສິນຄ້າຄື: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກຈຳນວນໜຶ່ງ, ການນໍາເຂົ້າຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ ມູນຄ່າຫຼຸດລົງ 10 ລ້ານກວ່າໂດລາ; ແນວພັນເຂົ້າມີ 34 ພັນກວ່າໂຕນ ເທົ່າກັບ 74% ຂອງຄວາມຕ້ອງການຜະ ລິດເຂົ້າໃນລະດູນາປີ, ໃນຕົວຈິງ ການນໍາໃຊ້ແນວພັນເຂົ້າຈາກແນວພັນທີ່ຜະລິດເປັນທາງການ ມີພຽງ 20-30% ແລະ ຈຳນວນໜຶ່ງແມ່ນແນວພັນດີທີ່ຊາວກະສິກອນສາມາດຮັກສາໄວ້ເອງໄດ້ 1-2 ລະດູ, ແນວພັນພື້ນເມືອງອີກຈໍານວນໜຶ່ງ ເຊິ່ງຖືວ່າພຽງພໍ; ແນວພັນພືດ ຕອບສະໜອງໄດ້ 20% ຂອງຄວາມຕ້ອງການ, ແນວພັນສັດປິກ ຜະລິດໄດ້ 60% ຂອງແຜນການ, ແນວພັນປາ ຕອບສະໜອງໄດ້ 50% ຂອງຄວາມຕ້ອງການ; ມີໂຮງງານຜະລິດອາຫານສັດໃນທົ່ວປະເທດ 11 ແຫ່ງ, 4 ເດືອນຕົ້ນປີ ຜະລິດໄດ້ 178,000 ກວ່າໂຕນ ເທົ່າກັບ 31% ຂອງຄວາມຕ້ອງການ; ທົ່ວປະເທດມີໂຮງງານຜະລິດຝຸ່ນ 106 ແຫ່ງ ຜະລິດໄດ້ 33,500 ກວ່າໂຕນ ແລະ ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນຜະລິດຝຸ່ນ 350,000 ໂຕນ ກວມເອົາ 17.7% ຂອງຄວາມຕ້ອງການທັງໝົດທົ່ວປະເທດ 2 ລ້ານໂຕນຕໍ່ປີ ຫຼື ເທົ່າກັບ 35.3% ຂອງຄາດໝາ ຍທີ່ ສພຊ ຮັບຮອງ ໃຫ້ໄດ້ 50% ຂອງຄວາມຕ້ອງການໝົດ.
4. ການສົ່ງອອກສິນຄ້າກະສິກຳ ແລະ ປ່າໄມ້: 5 ເດືອນຕົ້ນປີ ປະຕິບັດໄດ້ 977 ລ້ານກວ່າໂດລາ ເທົ່າ 65% ຂອງແຜນການ ສພຊ ຮັບຮອງ, ຄາດວ່າໝົດປີຈະບັນລຸໄດ້ລື່ນແຜນການ.
5. ທົ່ວປະເທດມີໂຄງການຊົນລະປະທານ 19,470 ໂຄງການ ສາມາດສະໜອງນໍ້າແກ່ເນື້ອທີ່ການຜະລິດໄດ້ 5 ແສນກວ່າເຮັກຕາ (ລະດູຝົນ 317,700 ກວ່າ ຮຕ, ລະດູແລ້ງ 182,400 ກວ່າ ຮຕ); ເພື່ອຂະຫຍາຍເນື້ອທີ່ຮັບນໍ້າຊົນລະປະທານ ແລະ ຮັບປະກັນການຕ້ານແລ້ງ, ໄດ້ດຳເນີນການໂຄງການຊົນລະປະທານຄື: ກໍາລັງຈັດຕັ້ງປະຕິບັດການສໍາຫຼວດ-ອອກແບບ 5 ໂຄງການ ຄາດຄະເນສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໄດ້ 12,750 ກວ່າ ຮຕ, ກໍາລັງສືບຕໍ່ກໍ່ສ້າງ 8 ໂຄງການ ຄາດຄະເນສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໄດ້ 12,205 ກວ່າ ຮຕ; ກໍ່ສ້າງໃໝ່ງົບປະມານປີ 2025 ມີ 3 ໂຄງການ ຄາດຄະເນສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໄດ້ 3,570 ກວ່າ ຮຕ, ໂຄງການກໍ່ສ້າງ ແລະ ສ້ອມແປງຊົນລະປະທານທົ່ງຮາບເຊບັ້ງໄຟ ແຂວງຄໍາມ່ວນ ໄລຍະ III ມີ 10 ໂຄງການ ຄາດຄະເນສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໄດ້ 2 ພັນກວ່າ ຮຕ.
6. ມາຮອດປັດຈຸບັນ ໄດ້ຂຶ້ນທະບຽນອອກໃບຕາດິນທົ່ວປະເທດ 2,112,007 ຕອນ ຫຼື ເທົ່າກັບ 70.4% ຂອງສໍາມະໂນຕອນດິນທົ່ວປະເທດ ໃນນັ້ນ, ປີ 2021-2024 ໄດ້ສໍາເລັດຂຶ້ນທະບຽນອອກໃບຕາດິນ 615,244 ຕອນ ເທົ່າກັບ 38.4% ຂອງແຜນການ 5 ປີ (1.6 ລ້ານຕອນ). ສໍາລັບປີ 2025 ສູ້ຊົນອອກໃບຕາດິນ 3 ແສນຕອນ ໃນນັ້ນ, ເຂດໂຄງການ 236,280 ຕອນ ແລະ ເຂດນອກໂຄງການ 63,720 ຕອນ ເຊິ່ງໄດ້ມອບໃຫ້ບັນດາແຂວງ ແລະ ເມືອງ ຈັດຕັ້ງປະຕິບັດ; ມາຮອດເດືອນພຶດສະພາ 2025 ໄດ້ຂຶ້ນທະບຽນອອກໃບຕາດິນ 50,731 ຕອນ ຫຼື 17% ຂອງແຜນ ການ ແລະ ສໍາເລັດການສໍາຫຼວດ-ວັດແທກ ແລະ ຍັງລໍຖ້າອະນຸມັດໃບຕາດິນ 38,490 ຕອນ.
7. ໃນໄລຍະຜ່ານມາ ໄດ້ສໍາເລັດການກວດກາໂຄງການເຊົ່າສຳປະທານທີ່ດິນລັດ ໃນ 17 ແຂວງ (ຍັງເຫຼືອນະ ຄອນຫຼວງວຽງຈັນ) ເຊິ່ງລວມມີ 2,547 ໂຄງການ (ກະສິກຳ-ປ່າໄມ້ 713, ບໍ່ແຮ່ 932, ພະລັງງານ 288, ບໍລິການທ່ອງທ່ຽວ 475, ອຸດສາຫະກຳ ແລະ ການຄ້າ 108, ຂຸດຄົ້ນແຮ່ຊາຍ 31) ໃນນັ້ນ, ໂຄງການທີ່ບໍ່ໄດ້ສຶກສາຜົນກະທົບສິ່ງ ແວດລ້ອມ ແລະ ສັງຄົມ 1,586 ໂຄງການ; ໂຄງການທີ່ບໍ່ໄດ້ອອກໃບອະນຸຍາດສິດນໍາໃຊ້ທີ່ດິນ 643 ໂຄງການ, ຈາກການສັງລວມຂໍ້ມູນການເກັບລາຍຮັບການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ໃນ 14 ແຂວງ ທີ່ມີຂໍ້ມູນ ແມ່ນເກັບລາຍຮັບໄດ້ປະມານ 14.5 ລ້ານໂດລາສະຫະລັດ ແລະ 88 ຕື້ກີບ; ໂຄງການທີ່ບໍ່ມີປະສິດຜົນ ແມ່ນປະເມີນຈາກ 3 ເງື່ອນໄຂ ຄື: 1) ໂຄງການທີ່ບໍ່ຖອກພັນທະ ກວມ 80% ສ່ວນຫຼາຍແມ່ນໂຄງການບໍ່ແຮ່ທີ່ມອບເງິນແຕ່ຕອນເລີ່ມສັນຍາ ແລ້ວບໍ່ໄດ້ປະຕິບັດພັນທະການເຊົ່າ ແລະ ສໍາປະທານແຕ່ລະໄລຍະ, 2) ໂຄງການທີ່ບໍ່ໄດ້ປະເມີນດ້ານສິ່ງແວດລ້ອມ ກວມ 62%, 3) ໂຄງການທີ່ບໍ່ທັນໄດ້ອອກເອກະສານນໍາໃຊ້ທີ່ດິນລັດ ກວມ 25% ສ່ວນຫຼາຍແມ່ນໂຄງການຂຸດຄົ້ນແຮ່ທາດ, ໂຄງການພະລັງງານ, ໂຄງການກະສິກຳ, ໂຄງການທ່ອງທ່ຽວ; ໂຄງການທີ່ມີບັນຫາ ແລະ ປະຕິບັດບໍ່ສອດຄ່ອງກັບລະ ບຽບການ ທີ່ຈະຕ້ອງໄດ້ຊຸກຍູ້ ແລະ ແກ້ໄຂ 564 ໂຄງການ ໃນນີ້ ບໍ່ໄດ້ເຄື່ອນໄຫວ 341 ໂຄງການ. ນອກຈາກນັ້ນ, ແມ່ນໂຄງການທີ່ໝົດສັນຍາ, ມີຂໍ້ຂັດແຍ້ງ, ຍົກເລີກສັນຍາແລ້ວ, ບໍ່ມີສັນຍາ ແລະ ອື່ນໆ.