ຮອງເລຂາທິການ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄໍາມ່ວນ

ຕ.ລ. 30, 2024

ໃນຕອນເຊົ້າຂອງວັນທີ 30 ຕຸລາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ ແລະ ເກັບກຳຂໍ້ມູນ ການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ເຊິ່ງເຂົ້າຮ່ວມມີ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ມີ ຫົວໜ້າກົມ, ຮອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຄະນະພະແນກຈາກສູນກາງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ໃນການເຮັດໜ້າທີ່ເປັນເສນາທິການຮອບດ້ານໃຫ້ແກ່ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ຮັບຟັງວຽກງານຂອງບັນດາຂະແໜງການເປັນຕົ້ນ ວຽກງານເນື້ອໃນ, ວຽກງານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ວຽກງານງົບປະມານ-ການເງິນ, ວຽກງານບໍລິຫານ-ພິທີການ, ວຽກງານສື່ມວນຊົນ, ວຽກງານກວດກາ ແລະ ວຽກງານອື່ນໆ ໃຫ້ ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຮັບຊາບ. ພ້ອມນີ້, ຮອງເລຂາທິການສະພາແຫ່ງຊາດ ຍັງໄດ້ມີຄຳເຫັນເຈາະຈີ້ມ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ໃນໄລຍະຜ່ານມາ. ຈາກນັ້ນ ບັນທ່ານຜູ້ຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນ ການຈັດຕັ້ງປະຕິບັດວຽກງານຂອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ຢ່າງມີບັນຍາກາດອັນຟົດຟື້ນ ແລະ  ສອດຄ່ອງກັບສະພາບຄວາມເປັນຈິງ ທັງເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເປັນກ້າວໆ.

ຕອນທ້າຍກອງປະຊຸມ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຕໍ່ຜົນງານທີ່ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ຍາດມາໄດ້; ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ ແລະ ພະນັກງານລັດຖະກອນຈົ່ງສືບຕໍ່ຮັກສາມູນເຊື້ອ ການເອົາໃຈໃສ່ເພີ່ມທະວີຄວາມສາມາດໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ເປັນເສນາທິການຮອບດ້ານໃຫ້ແກ່ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຜົນສໍາເລັດຕາມຄາດໝາຍ.

ໂດຍ: ອາລີ