(ສພຊ) – ວັນທີ 27-28 ພຶດສະພານີ້, ທ່ານ ນວນທອງ ສຸວັນວິໄຊ ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ແລະ ຄຳມ່ວນ ຕາມລຳດັບ ເຊິ່ງໄດ້ພົບປະທ່ານປະທານສະພາປະຊາຊົນແຂວງ ເພື່ອແຈ້ງຈຸດປະສົງຂອງການມາເຮັດວຽກ; ຈາກນັ້ນ, ໄດ້ຈັດກອງປະຊຸມຮ່ວມກັບ ສພຂ ໂດຍມີທ່ານຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາທ່ານຄະນະເລຂາທິການ, ຮອງປະທານຄະນະກຳມະການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການເຄື່ອນໄຫວວຽກງານຄັ້ງນີ້ ກໍເພື່ອຕິດຕາມ, ຊຸກຍູ້ ແລະ ເກັບກຳຂໍ້ມູນ ການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ໂດຍສະເພາະການເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ, ຄະນະປະຈໍາ ສພຂ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ເປັນຕົ້ນແມ່ນວຽກງານດ້ານເນື້ອໃນ, ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ງົບປະມານ-ການເງິນ, ບໍລິຫານ-ພິທີການ, ສື່ມວນຊົນ, ກວດກາ ແລະ ວຽກງານອື່ນໆ; ທັງນີ້, ກໍເພື່ອສ້າງເງື່ອນໄຂໃຫ້ບັນດາກົມ ແລະ ຫ້ອງການຂອງຄະນະເລຂາທິການສະພາແຫ່ງຊາດ ໄດ້ແລກປ່ຽນບົດຮຽນກັບຂະແໜງການທີ່ກ່ຽວຂ້ອງຂອງຄະນະເລຂາທິການ ສພຂ ແນໃສ່ເກັບກຳສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນດາຂໍ້ສະເໜີຕ່າງໆ ໃນການປະຕິບັດໜ້າທີ່ວຽກງານຜ່ານມາ ແລະ ການກະກຽມໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນແຂວງ ໃຫ້ໄດ້ຮັບຜົນດີ ແລະ ສອດຄ່ອງກັບສະພາບເງື່ອນໄຂຈຸດພິເສດຂອງສູນກາງ ແລະ ທ້ອງຖິ່ນໃນປັດຈຸບັນ ເພື່ອຮັບປະກັນທາງດ້ານຮູບການ, ວິທີການ, ຂັ້ນຕອນການດຳເນີນ, ການກະກຽມວຽກງານທາງດ້ານບໍລິຫານ ແລະ ພິທີການ ຮັບໃຊ້ການດຳເນີນກອງປະຊຸມດັ່ງກ່າວ ໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ທັນການ ແລະ ມີຜົນສຳເລັດຕາມຄາດໝາຍ.
ໃນກອງປະຊຸມ, ພາຍຫຼັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງໂດຍສັງເຂບແລ້ວ, ບັນດາຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດຄຳເຫັນດ້ວຍຄວາມຮັບຜິດຊອບສູງ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນເຊິ່ງກັນແລະກັນ ໂດຍສະເພາະຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອພ້ອມກັນຊອກຫາວິທີການແກ້ໄຂໃນຕໍ່ໜ້າ ໃຫ້ດີຂຶ້ນກວ່າເກົ່າ.
ຮອງເລຂາທິການສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ ສພຂ ສະຫວັນນະເຂດ ແລະ ຄຳມ່ວນ
