ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານ ຢູ່ ແຂວງສະຫວັນນະເຂດ.

ພ.ພ. 28, 2025

ໃນວັນທີ 27 ພຶດສະພາ 2025 ທ່ານ ນວນທອງ ສຸວັນວິໄຊ ຮອງເລຂາທິການສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ ຊຶ່ງທາງຄະນະໄດ້ເຂົ້າພົບທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ເພື່ອແຈ້ງຈຸດປະສົງຂອງການມາເຮັດວຽກໃນຄັ້ງນີ້ ຈາກນັ້ນກໍໄດ້ ຈັດກອງປະຊຸມຮ່ວມກັບສະພາປະຊາຊົນແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ຄຳຜັນ ຄູນສະຫວັນ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ມີບັນດາທ່ານຄະນະເລຂາທິການ, ຮອງປະທານກຳມະການ, ຫົວໜ້າຂະແໝງ-ຮອງຫົວໜ້າຂະແໜງເຂົ້າຮ່ວມ.
ທາງຄະນະໄດ້ຟັງການລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ໃນໄລຍະຜ່ານມາໂດຍສັງເຂບຈາກທ່ານ ພູທອນ ພຸດທະຂັນຕິ ເລຂາທິການສະພາປະຊາຊົນແຂວງ ເປັນຕົ້ນວຽກງານຂະແໜງບໍລິຫານ-ການເງິນ; ວຽກງານຂະແໜງຈັດຕັ້ງ-ກວດກາ; ວຽກງານຄົ້ນຄວ້າ-ສັງລວມ ແລະ ຂໍ້ມູນຂ່າວສານ, ວຽກງານຂະແໜງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ; ວຽກງານຂະແໜງນິຕິກຳ ແລະ ຍຸຕິທຳ; ວຽກງານຂະແໜງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ວຽກງານຂະແໜງເສດຖະກິດ; ວຽກງານຂະແໜງແຜນການ ແລະ ການເງິນ; ວຽກງານຂະແໜງວັດທະນະທຳ-ສັງຄົມ; ວຽກງານຂະແໜງບັນດາເຜົ່າ ຊຶ່ງໄດ້ຍົກໃຫ້ເຫັນເຖິງຂໍ້ສະດວກ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ; ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳຄິດຄຳເຫັນດ້ວຍຄວາມຮັບຜິດຊອບສູງ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນເຊິ່ງກັນແລະກັນ ໂດຍສະເພາະຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອພ້ອມກັນຊອກຫາວິທີການແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.