ຕອນບ່າຍຂອງວັນພະຫັດ, ວັນທີ 13 ຕຸລາ 2022 ຢູ່ທີ່ຫ້ອງປະຊຸມ ສພຂ, ທ່ານ ປອ ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະທິມງານຫົວໜ້າກົມ- ຮອງກົມ, ພະນັກງານວິຊາການ ໄດ້ລົງຕິດຕາມຊຸກຍູ້ ແລະ ເກັບກໍາຂໍ້ມູນການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊົນແຂວງອຸດົມໄຊ. ໂດຍການຕ້ອນຮັບຂອງທ່ານນາງ ວັນສີ ພວງມະໄລ ຄະນະປະຈໍາ-ເລຂາທິການ ສະພາປະຊາຊົນແຂວງອຸດົມໄຊ, ມີຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງພາຍໃນ ສພຂ ເຂົ້າຮ່ວມ.
ຈຸດປະສົງຂອງການລົງຕິດຕາມຊຸກຍູ້ ແລະ ເກັບກໍາຂໍ້ມູນການເຄື່ອນໄຫວວຽກງານຂອງສະພາປະຊົນແຂວງອຸດົມໄຊຄັ້ງນີ້ ແມ່ນເພື່ອຈັດຕັ້ງປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະເລຂາທິການສະພາແຫ່ງຊາດ ແລະ ເພື່ອຮັບປະກັນໃນການເຄື່ອນໄຫວວຽກງານຂອງຄະນະເລຂາທິການ ສພຂ ມີຄວາມຖືກຕ້ອງສອດຄອງ ໃນການສະໜອງຂໍ້ມູນຕ່າງໆ ໃຫ້ແກ່ສະພາແຫ່ງຊາດ ກໍ່ຄືຕາມທີ່ກົດໝາຍວ່າດ້ວຍສະພາປະຊາຊົນແຂວງກໍານົດໄວ້.
ກອງປະຊຸມທ່ານເລຂາທິການສະພາປະຊາຊົນແຂວງອຸດົມໄຊ ໄດ້ຕາງ ໜ້າຄະນະປະຈໍາ-ຄະນະເລຂາທິການ ສະພາປະຊາຊົນແຂວງ ກໍ່ໄດ້ກ່າວຮັບຕ້ອນ ແລະ ລາຍງານຫຍໍ້ສະພາບພົ້ນເດັ່ນການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ໃນໄລຍະຜ່ານມາ ເປັນຕົ້ນແມ່ນສະພາບລວມ, ລະບົບກົງຈັກການຈັດຕັ້ງ, ວຽກງານເລຂາການນໍາ, ວຽກງານຂໍ້ມູນຂ່າວສານ ແລະ ໄອທີ, ການເປັນເສນາທິການໃຫ້ແກ່ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ, ໃນໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດ. ຫລັງຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ.
ຕອນທ້າຍ, ທ່ານຮອງເລຂາທິການສະພາແຫ່ງຊາດ ກໍ່ໄດ້ກ່າວສະແດງຄວາມຂອບໃຈໃນການຕ້ອນຮັບ ການລົງເຮັດວຽກໃນຄັ້ງນີ້, ພ້ອມທັງໄດ້ສະຫຼຸບ ແລະ ປິດກອງປະຊຸມ.

