ວັນທີ 7 ມີນາ 2024, ທ່ານນາງ ລຳພອຍ ສີອັກຄະຈັນ ກຳມະການປະຈຳພັກ ນວ, ຮອງປະທານສະພາປະຊາຊົນ ນວ ຕາງໜ້າການນຳນະຄອນຫຼວງ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານ ພິທີເປີດງານຕະຫຼາດນັດ “ສືບສານສີມືແມ່ ຄັ້ງທີ II” ທີ່ເມືອງຈັນທະບູລີ (ເສັ້ນທາງດ້ານຫຼັງວັດອົງຕຶ້) ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ 2024 ຄົບຮອບ 114 ປີ, ທັງເປັນການຊຸກຍູ້ຜະລິດຕະພັນຂອງເອື້ອຍນ້ອງໃຫ້ມີບ່ອນຈຳໜ່າຍ ແລະ ສ້າງລາຍຮັບໃຫ້ເອື້ອຍນ້ອງແມ່ຍິງ, ເຊິ່ງງານດັ່ງກ່າວ ຈະໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 7-11 ມີນາ 2024 ເລີ່ມແຕ່ເວລາ 17 ໂມງ ຫາ 22 ໂມງ ພາຍໃນງານແຕ່ລະວັນທາງຄະນະຮັບຜິດຊອບຈັດງານ ແມ່ນໄດ້ຈັດໃຫ້ມີຫຼາຍກິດຈະກຳ ເພື່ອເປັນການດຶງດູດເອົາແຂກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ຈັບຈ່າຍຊື້ສິນຄ້າ ແລະ ກິດຈະກຳອື່ນໆ ຜັດປ່ຽນກັນໃນແຕ່ລະວັນ ງານຕະຫຼາດນັດປະກອບມີທັງໝົດ 46 ຮ້ານ ໃນນັ້ນ ມີຮ້ານຫັດຖະກຳ ຮ້ານເສື້ອຜ້າ ແລະ ຮ້ານອາຫານຕ່າງໆ.


