ຮອງປະທານ ສະພາປະຊາຊົນ ນວ ລົງເຄື່ອນໄຫວເຮັດວຽກຢູ່ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ

ພ.ພ. 18, 2023

(ສປ ນວ) ຕອນເຊົ້າ ວັນທີ 18 ພຶດສະພາ 2023, ທ່ານ ນາງ ລຳພອຍ ສີອັກຄະຈັນ, ຮອງປະທານ ສະພາປະຊາຊົນ ນວ, ທ່ານ ນາງ ເກດມະນີ ບັນດາສັກ, ປະທານ ຄະນະກຳມະການວັດທະນະກຳ-ສັງຄົມ ແລະ ບັນດາເຜົ່າ ແລະ ທ່ານ ນາງ ຄຳແຫວນ ສິງບັນດິດ ຮອງປະທານຄະນະກຳມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 06 ເດືອນຕົ້ນປີ 2023 ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ໃຫ້ກຽດຕາງໜ້າຕ້ອນຮັບໂດຍ ທ່ານ ສາລະພິດ ສູນວໍລະວົງ, ຫົວໜ້າ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ, ມີບັນດາທ່ານຫົວໜ້າຫ້ອງການພະແນກແຮງງານ ແລະ ສະຫວັດດີການສັງຄົມ 9 ເມືອງ, ບັນດາທ່ານຫົວໜ້າຂະແໜງກ່ຽວຂ້ອງ ແລະ ພະນັກງານວິຊາການ ຈຳນວນໜຶ່ງໄດ້ໃຫ້ການເຂົ້າຮ່ວມ.

ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານ ສາລະພິດ ສູນວໍລະວົງ ໄດ້ລາຍງານ ກ່ຽວກັບຜົນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຕາມມະຕິ ສະບັບເລກທີ 009/ສປນວ, ລົງວັນທີ 15 ກຸມພາ 2023 ນັ້ນ, ເຊິ່ງໃນ 6 ເດືອນຕົ້ນປີ 2023 ວຽກງານທີ່ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການພັດທະນາສີມືແຮງງານໃຫ້ຜູ້ບໍ່ມີອາຊີບ, ຜູ້ວ່າງງານ, ຜູ້ຕ້ອງການປ່ຽນອາຊີບ ແລະ ຜູ້ທີ່ຈະເຂົ້າສູ່ຕຳແໜ່ງງານໃໝ່ ແມ່ນປະຕິບັດໄດ້ 2.799 ຄົນ, ຍິງ 1.828 ຄົນ ລື່ນແຜນການປີ 1.759 ຄົນ; ດ້ານການສົ່ງເສີມການຈັດຫາວຽກເຮັດງານທໍາໃຫ້ແຮງງານທີ່ຕ້ອງການມີວຽກເຮັດງານທໍາ ໃຫ້ເຂົ້າສູ່ຕະຫຼາດແຮງງານ ປະຕິບັດໄດ້ 2.674 ຄົນ, ຍິງ 1.787 ຄົນ ເທົ່າກັບ 59.42% ຂອງແຜນການປີ. ດ້ານການຄວບຄຸມອັດຕາການວ່າງງານຢູ່ໃນລະດັບ 0,8%, ປະຕິບັດລື່ນແຜນ 0,7% ຂອງແຜນການປີ; ໄດ້ຂະຫຍາຍອັດຕາປົກຄຸມປະກັນສັງຄົມ ປະຕິບັດໄດ້ 160 ຄົນ, ຍິງ 85 ຄົນ ເທົ່າກັບ 61,53% ຂອງແຜນການປີ; ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ປະຕິບັດໄດ້ 17 ທ່ານ ເທົ່າກັບ 54,83% ຂອງແຜນການປີ ແລະ ໄດ້ຊ່ວຍ ເຫຼືອຜູ້ອອກຢາເສບຕິດດ້ວຍການຝຶກອົບຮົມວິຊາຊີບ ແລະ ສ້າງໂອກາດມີວຽກເຮັດງານທຳ ໄດ້ 53 ຄົນ ເທົ່າກັບ 53% ຂອງແຜນການປີ. ຄຽງຄູ່ກັບການລາຍງານຜົນສໍາເລັດນັ້ນ ກໍຍັງມີຂໍ້ຄົງຄ້າງຫຼາຍດ້ານ ເປັນຕົ້ນ ການພັດທະນາສີມືແຮງງານ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານ, ດ້ານງົບປະມານນຳໃຊ້ໃນວຽການດັ່ງກ່າວ ຍັງບໍ່ພຽງ ພໍ; ການໂຄສະນາເຜີຍແຜ່ກົດໝາຍ, ລະບຽບການ ກ່ຽວກັບວຽກງານແຮງງານ ແລະ ການສ້າງຄວາມເຂົ້າໃຈໃຫ້ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ໃນພາກວິສາຫະກິດ ຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດກ້ວາງຂວາງ; ການຄຸ້ມຄອງວຽກງານສັງຄົມສົງເຄາະ ແລະ ໄພພິບັດ ຍັງບໍ່ທັນເຂັ້ມແຂງ ເປັນຕົ້ນ: ການຊ່ວຍເຫຼືອສຸກເສີນໃຫ້ແກ່ຜູ້ປະສົບໄພພິບັດຕ່າງໆ ຍັງຊັກຊ້າ. ເຖີງຢ່າງໃດກໍຕາມ ທ່ານ ນາງ ລຳພອຍ ສີອັກຄະຈັນ ກໍໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ພ້ອມທັງມີຄຳເຫັນແລກປ່ຽນຕໍ່ບັນດາຂໍ້ຄົງຄ້າງຕ່າງໆ ແລະ ໃນຕອນທ້າຍກອງປະຊຸມ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳຂອງພະແນກ, ທຸກຂະແໜງການກ່ຽວຂ້ອງ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມຫ້າວ ຫັນໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດບັນດາຄາດໝາຍທີ່ໄດ້ກຳນົດໄວ້ໃຫ້ບັນລຸຜົນ ແລະ ສຳເລັດຕາມແຜນການ ປະຈຳປີ 2023 ທີ່ວາງໄວ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ໃນໂອກາດດັ່ງກ່າວ, ໃນພາກບ່າຍຂອງມື້ດຽວກັນນັ້ນ ທ່ານ ນາງ ລຳພອຍ ສີອັກຄະຈັນ, ຮອງປະທານ ສະພາປະຊາຊົນ ນວ ພ້ອມດ້ວຍຄະນະ ກໍໄດ້ລົງຢ້ຽມຢາມ ບໍລິສັດ ສິຣິວັດທະນາ ອິນເຕີເນເຊິນນໍ 2005 ກຳຈັດຜູ້ດຽວ.