ຮອງປະທານ ສພຊ ການເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ

ສ.ຫ. 3, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 30 ກໍລະກົດ – 2 ສິງຫາຜ່ານມາ, ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ), ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ພ້ອມດ້ວຍຄະນະຕິດຕາມ ໄດ້ເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ ເຊິ່ງໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ຊຸດທີ II ທີ່ດຳເນີນໃນວັນທີ 30 ກໍລະກົດ – 1 ສິງຫາ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ, ບັນດາທ່ານການນຳພັກ-ລັດຂອງແຂວງ, ສສຊ ປະຈໍາເຂດເລືອກຕັ້ງທີ 12 ແລະ ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 10 ເມືອງ, ຫົວໜ້າພະແນກການ-ອົງການລັດທຽບເທົ່າ, ເຈົ້າເມືອງ, ພະນັກງານອາວຸໂສບຳນານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້:

1. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025;
2. ບົດລາຍງານກ່ຽວກັບການປະເມີນຜົນການຈັດຕັັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021;
3. ຮັບຮອງເອົາການຈັດຕັັ້ງອົງການກາແດງແຂວງ, ດ່ານສາກົນຂົວມິດຕະພາບ 3, ດ່ານສາກົນນາເພົ້າ ແລະ ການສ້າງຕັ້ງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ເປັນອົງການລັດທຽບເທົ່າຂັ້ນພະແນກການຂອງແຂວງ;
4. ຮັບຮອງເອົາຊົນເຜົ່າບຣູ (ໝວດພາສາມອນ-ຂະແມ) ເປັນຊົນເຜົ່າທີ 10 ຂອງແຂວງຄໍາມ່ວນ;
5. ຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນເຂົ້າໃນໂຄງປະກອບກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງທີ່ໄດ້ມີການປັບປຸງຄື: ທ່ານ ຄຳສິງ ໄຊສິດທິເດດ ເປັນຫົວໜ້າພະແນກການເງິນ, ທ່ານ ເດດສັກດາ ມະນີຄຳ ເປັນຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ສົມວິໄຊ ວົງທິລາດ ເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ທ່ານ ໝັ້ນຍືນ ຄິນສະໝອນ ເປັນປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ແລະ ຮັບຮອງເອົາປະທານຄະນະກຳມະການປົກຄອງເມືອງ 10 ເມືອງ.
6. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ແຜນການເຄື່ອນໄຫວວຽກງານໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 9 ຫາເທື່ອທີ 10 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II;
7. ນິຕິກໍາໃຕ້ກົດໝາຍຂອງແຂວງ (ຂໍ້ຕົກລົງເຈົ້າແຂວງ) 2 ສະບັບຄື: ຮ່າງຂໍ້ຕົກລົງວ່າດ້ວຍການກໍານົດເຂດປອດຄວັນຢາສູບພາຍໃນແຂວງ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການແຂ່ງຂັນກິລາພາຍໃນແຂວງ.
ຕອນບ່າຍວັນທີ 1 ສິງຫາ, ທ່ານ ຄຳໃບ ດຳລັດ ໄດ້ເຮັດວຽກຮ່ວມກັບຄະນະປະຈຳ ສພຂ ແລະ ສສຊ ປະຈໍາເຂດເລືອກຕັ້ງທີ 12; ໃນວັນຕໍ່ມາ ໄດ້ໄປຢ້ຽມຊົມຄອງຊົນລະປະທານ (ບ້ານຊຽງຫວາງ) ຢູ່ເມືອງໜອງບົກ ແລະ ບໍລິສັດ KCL ຄຳມ່ວນ ຊີມັງ ຈຳກັດ ຢູ່ເມືອງມະຫາໄຊ.
(ອານຸສອນ ພູມມີທອນ)