ຮອງປະທານ ສພຂ ຫົວພັນ ແລະ ສສຂ ປະຈຳເມືອງຊຽງຄໍ້ຮ່ວມເປີດປີທ່ອງທ່ຽວ.

ມ.ສ. 22, 2024

         ວັນທີ 12 ເມສາ 2024 ຜ່ານມານີ້ ທ່ານ ສົມສັກ ດອນຈານິດ ຮອງປະທານ ສະພາປະຊາຊົນແຂວງ ແລະ ທ່ານ ແທງ ວິໄລພອນ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຊຽງຄໍ້ ຮ່ວມພິທີເປີດປີທ່ອງທ່ຽວລາວ 2024 ຕິດພັນກັບບຸນກຸດສົງການປີໃຫມ່ລາວ ພສ 2567 ຢູ່ເມືອງຊຽງຄໍ້ແຂວງຫົວພັນ ໂດຍການເປັນປະທານ ຂອງທ່ານ ວົງໄຊ ຍະສິງທອນ ເຈົ້າເມືອງ ເມືອງຊຽງຄໍ້
ເມືອງຊຽງຄໍ້ ເປັນເມືອງວິລະຊົນຄົນຫານກ້າເປັນເຂດທີ່ຫມັ້ນຂອງການປະຕິວັດ ເປັນບ່ອນສ້າງຕັ້ງກອງຮ້ອຍລາດຊະວົງ ໃນເມື່ອກ່ອນ ຈົນກາຍມາເປັນ ກອງທັບປະຊາຊົນລາວໃນປະຈຸບັນ, ເມືອງຊຽງຄໍ້ມີບ້ານທັງ ຫມົດ 59 ບ້ານ ມີພົນລະເມືອງ 26,918 ຄົນ, ມີ 6 ເຜົ່າຄື:ເຜົ່າລາວ, ເຜົ່າໄຕດຳ, ເຜົ່າໄຕແດງ, ເຜົ່າມົ້ງ, ເຜົ່າອິວມຽນ ແລະ ເຜົ່າຊິງມູນ ແຕ່ລະເຜົ່າມີເອກະລັກໃນການນຸ່ງຖື, ມີສຳນຽງພາສາປາກເວົ້າເປັນຂອງຕົນເອງສະເພາະ ດຳລົງຊີວິດຢູ່ແບບລຽບງ່າຍມີຄວາມສາມັກຄີກັນ, ເບິ່ງແຍງຊ່ວຍເຫລືອເຊິ່ງກັນ ແລະ ໃນທຸກໆດ້ານ ແລະຢູ່ຮ່ວມກັນຢ່າງມີຄວາມສຸກ…