ຮອງປະທານ ຄສຊຂ12 ພ້ອມຄະນະເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງບ້ານໂຄກສະຫວ່າງ ແລະບ້ານທັບ ເມືອງເຊບັ້ງໄຟ.

ກ.ພ. 3, 2025 | ເຂດ 12 ຄຳມ່ວນ

     ໃນວັນທີ 3 ກຸມພາ 2025ນີ້, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ (ຄສຊຂ12), ທ່ານ ວິໄລ ພົມມະຈັກ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ 2 ຈຸດຄື: ບ້ານໂຄກສະຫວ່າງ ແລະບ້ານທັບ ເມືອງເຊບັ້ງໄຟ, ເຂົ້າຮ່ວມມີ ທ່ານ ໄພມະນະ ໂກລິຍະວົງ ຮອງເຈົ້າເມືອງເຊບັ້ງໄຟ, ຄະນະພັກເມືອງຜູ້ຊີ້ນຳເຂດ, ບັນດາທ່ານຫົວໜ້າການ, ນາຍບ້ານ, ກຳລັງປກຊ-ປກສ, ພະນັກງານ ແລະ ຕະຫຼອດພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ161ເທື່ອຄົນ, ຍິງ92 ເທື່ອຄົນ.
   ການເຄື່ອນໄຫວຄັ້ງນີ້ ທ່ານ ຮອງປະທານ (ຄສຊຂ12) ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຈາກທ່ານ ປ໋ອງ ອິນທິເສນ ນາຍບ້ານໂຄກສະຫວ່າງ ແລະ ທ່ານ ດາວວອນ ແກ້ວບຸນໂຮມ ນາຍບ້ານທັບ; ຈາກນັ້ນ, ທ່ານ ຮອງປະທານ (ຄສຊຂ12) ແລະ ທ່ານ ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ ກໍໄດ້ເຜີຍແຜ່ເນື້ອໃນຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ເຊິ່ງໄດ້ຍົກໃຫ້ເຫັນການພິຈາລະນາ ແລະ ຮັບຮອງບາງບັນຫາສຳຄັນພຶ້ນຖານຕ່າງໆຂອງຊາດ, ຂອງທ້ອງຖິ່ນ, ພ້ອມນັ້ນ, ກໍໄດ້ຮັບຟັງການປະກອບຄໍາຄິດ-ຄໍາເຫັນ ແລະ ຄໍາສະເໜີໂດຍສ່ວນຫລາຍແມ່ນກ່ຽວກັບການສ້າງສາພັດທະນາພື້ນຖານໂຄງລ່າງ, ຕໍ່ກັບບາງຄໍາສະເໜີ ຂອງຄະນະບ້ານ ແລະ ພໍ່ແມ່ປະຊາຊົນໄດ້ສະເໜີມານັ້ນ, ບາງບັນຫາ ຄະນະຜູ້ແທນສະພາປະຊາຊົນ ແລະ ຄະນະພັກເມືອງຜູ້ຊີ້ນຳເຂດ ກໍ່ໄດ້ອະທິບາຍຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງ ສ່ວນບາງຄໍາສະເໜີທີ່ຕິດກັບຫລາຍພາກສ່ວນກໍ່ຈະໄດ້ນຳເອົາໄປຄົ້ນຄວ້າ, ປຶກສາຫາລື ແລະ ສັງລວມມອບໃຫ້ຄະນະກໍາມະການທີ່ກ່ຽວຂ້ອງປະສານສົມທົບກັບພາກສ່ວນຕ່າງໆ ຂອງອົງການປົກຄອງແຂວງ ນຳໄປຄົ້ນຄວ້າແກ້ໄຂ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.
ໂອກາດດັ່ງກ່າວ, ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານ (ຄສຊຂ 12) ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ກ່ອນອຶ່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະພັກເມືອງຜູ້ຊີ້ນຳເຂດ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ມີຄວາມສາມັນຄີເປັນປຶກແຜນ, ໃນການສ້າງສາພັດທະນາບ້ານ, ທ່ານຍັງໄດ້ເໜັ້ນໜັກໃຫ້ອຳນາດການປົກຄອງພາຍໃນບ້ານຮັກມູນເຊື່ອວັດທະນະທຳຊົນເຜົ່າ, ພ້ອມທັງເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນ ເປັນແບບຢ່າງໃນການພັດທະນາບ້ານ ເອົາໃຈ ໃສ່ສຶກສາອົບຮົມພໍ່ແມ່ປະຊາຊົນໃຫ້ເຊື່ອມຊືມເຂົ້າໃຈແຈ້ງ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແລະ ບັນດານິຕິກຳຕ່າງໆໃຫ້ເລິກເຊິ່ງ, ຊຸກຍູ້ສົ່ງເສີມໃຫ້ລູກຫຼານໄດ້ເຂົ້າສຶກສາຮ່ຳຮຽນຢ່າງເປັນປົກກະຕິ, ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານ ປກຊ – ປກສ ໃນທົ່ວບ້ານໃຫ້ຮັບ ປະກັນຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນກວ່າເກົ່າເພື່ອເຮັດໃຫ້ຄອບຄົວ ແລະ ບ້ານມີຄວາມສະຫງົບປອດໄພ.
ຄະນະດັ່ງກ່າວຍັງຈະໄດ້ສືບຕໍ່ເຄື່ອນໄຫວອີກ 6 ຈຸດຂອງເມືອງ ແລະ ຄາດວ່າຈະເຄື່ອນໄຫວສໍາເລັດໃນທ້າຍອາທິດນີ້.