ໃນຕອນເຊົ້າຂອງວັນທີ 28 ສິງຫາ 2024, ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12) ແລະ ທ່ານ ບຸນທະວີ ພິລາວັນ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ທີ່ບ້ານນາພ້າວ ເມືອງໄຊບົວທອງ ແຂວງຄໍາມ່ວນ ໂດຍໄດ້ຮັບການຕ້ອນຮັບ ແລະ ເຂົ້າຮ່ວມ ມີຄະນະພັກເມືອງຜູ້ຊີ້ນຳເຂດ, ກຳລັງປກຊ-ປກສ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮວ່ມ.

ທ່ານ ບຸນລ້ອມ ສີຊຽງໃໝ່ ນາຍບ້ານນາພ້າວ ເມືອງໄຊບົວທອງ ໄດ້ລາຍງານໂດຍສັງເຂບຂອງນາຍບ້ານ, ກ່ຽວກັບສະພາບທີ່ຕັ້ງ ແລະ ຈຸດພິເສດ, ມີດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ: ບ້ານນາພ້າວແມ່ນບ້ານໜຶ່ງທີ່ຫ່າງຈາກສຳນັກງານປົກຄອງເມືອງໄຊບົວທອງ 18 ກິໂລແມັດ ແລະ ມີເນື້ອໃນທີ່ທັງໝົດ 12,000 ຕາແມັດ, ເປັນເຂດທົ່ງພຽງເໝາະສົມກັບການປູກຝັງລ້ຽງສັດ, ທີ່ຕັ້ງບ້ານທິດເໝືອຕິດກັບບ້ານໂພນນາດີ, ທິດໃຕ້ຕິດກັບບ້ານໜອງຜື, ທິດຕາເວັນອອກຕິດກັບບ້ານຜາຂາດ ແລະ ທິດຕາເວັນຕົກຕິດກັບບ້ານໂພນສະຫວັນ; ພາຍໃນບ້ານມີ 11 ຄຸ້ມ, ເຊິ່ງມີຈໍານວນຄອບຄົວທັງໝົດມີ 228 ຄອບຄົວ, ມີ 189 ຫຼັງຄາເຮືອນ, ມີພົນລະເມືອງ 1,086 ຄົນ, ຍິງ 525 ຄົນ ,ຊົນເຜົ່າຜູ້ໄທ, ມີພຶ້ນຖານໂຄງລ່າງຖະໜົນຫົນທາງທຽວໄດ້ສອງລະດູສະດວກໄດ້ຕະຫຼອດປີ, ປະຊາຊົນສ່ວນໃຫ່ຍຢຶດຖືອາຊີບປູກຟັງ-ລ້ຽງສັດເປັນຕົ້ນຕໍເຊັ່ນ: ປູກເຂົ້າ, ລ້ຽງສັດ, ປູກພືດຜັກ ແລະ ການປູກສວນເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ; ວຽກງານຜ່ານການຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດໃນໄລຍະຜ່ານມາ ສາມາດເຫັນໄດ້ຄະນະພັກ, ອຳນາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນ ຕໍ່ການຊີ້ນຳໆພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຄົາລົບ ແລະ ປະຕິບັດຕາມລະບຽບ ແລະ ກົດໝາຍຕ່າງໆທີ່ຂັ້ນເທິງວາງອອກແຕ່ລະໄລຍະຢ່າງເຂັ້ມງວດ, ປະກອບສ່ວນເຫື່ອແຮງສະຕິປັນຍາເຂົ້າໃນການພັດທະນາບ້ານເມືອງຢ່າງຕັ້ງໜ້າ; ຄະນະພັກ, ອຳນາດການປົກຄອງບ້ານນາພ້າວ ຕະຫຼອດຮອດພໍ່ແມ່ປະຊາຊົນໄດ້ມີຄວາມສາມັກຄີເປັນປຶກແຜນ; ຈາກນັ້ນ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ໃນນັ້ນມີບັນດາມະຕິ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ແລະ ບັນດາເນື້ອໃນເອກະສານບົດລາຍງານຕ່າງໆທີ່ນຳເຂົ້າພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມ; ພ້ອມນັ້ນ, ຄະນະຜູ້ແທນໄດ້ຮັບຟັງຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆ ຈາກອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຂອງບ້ານດັ່ງກ່າວ; ບາງຄໍາເໜີ ຄະນະຜູ້ແທນຍັງໄດ້ຜັດປ່ຽນກັນອະບາຍຊີ້ແຈງບາງບັນຫາ ແລະ ບາງຂໍ້ສະເໜີ ພ້ອມທັງຈະນໍາເອົາບາງຂໍ້ສະເໜີ ໄປສະເໜີຕໍ່ອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຕາມສິດ ແລະ ພາລະບົດບາດຂອງຕົນ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານ (ຄສຊຂ 12) ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ກ່ອນອຶ່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະພັກເມືອງຜູ້ຊີ້ນຳເຂດ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ມີຄວາມສາມັນຄີເປັນປຶກແຜນ, ໃນການສ້າງສາພັດທະນາບ້ານ, ພ້ອມນັ້ນ, ທ່ານຍັງໄດ້ເໜັ້ນໜັກໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຮັກມູນເຊື່ອວັດທະນະທຳຊົນເຜົ່າ, ເປັນແບບຢ່າງໃນການພັດທະນາບ້ານ ເອົາໃຈ ໃສ່ສຶກສາອົບຮົມພໍ່ແມ່ປະຊາຊົນໃຫ້ເຊື່ອມຊືມເຂົ້າໃຈແຈ້ງ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແລະ ບັນດານິຕິກຳຕ່າງໆໃຫ້ເລິກເຊິ່ງ, ຊຸກຍູ້ສົ່ງເສີມໃຫ້ລູກຫຼານໄດ້ເຂົ້າສຶກສາຮ່ຳຮຽນຢ່າງເປັນປົກກະຕິ, ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານ ປກຊ – ປກສ ໃນທົ່ວບ້ານໃຫ້ຮັບ ປະກັນຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນກວ່າເກົ່າເພື່ອເຮັດໃຫ້ຄອບຄົວ ແລະ ບ້ານມີຄວາມສະຫງົບປອດໄພ.
ຈາກນັ້ນ, ໃນຕອນບ່າຍຂອງວັນດຽວກັນ, ທ່ານ ຮອງປະທານ (ຄສຊຂ 12) ພ້ອມດ້ວຍຄະນະຈະໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານໂພນສະຫວັນ ຕື່ມອີກ.