ໃນວັນທີ 27 ສິງຫາ 2024 ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ໄດ້ເຄື່ອນໄຫວຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດ ຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຢູ່ 2 ຈຸດຂອງເມືອງໄຊບົວທອງ ຄືທີ່: ບ້ານ ຜາຂາດ ແລະ ບ້ານ ໜອງຜື ເຊິ່ງນໍາໂດຍ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12) ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ພ້ອມດ້ວຍຄະນະ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຄະນະພັກເມືອງຜູ້ຊີ້ນຳເຂດ, ກຳລັງປກຊ-ປກສ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ 186 ເທື່ອຄົນ, ຍິງ 65 ເທື່ອຄົນ.


ວາລະຂອງການຈັດຕັ້ງເຜີຍແຜ່ຜົນສຳເລັດ ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ ແລະ ທິດທາງແຜນການໃນຕໍ່ໜ້າ, ຈາກນັ້ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ກໍ່ໄດ້ຜັດປ່ຽນເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II.

ຈຸດປະສົງການລົງເຄື່ອນໄຫວໃນຄັ້ງນີ້, ກໍເພື່ອນໍາເອົາເນື້ອໃນຜົນສໍາເລັດ ຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ເຜີຍແຜ່ໃຫ້ ພະນັກງານ-ລັດຖະກອນ, ກຳລັງປກຊ-ປກສ, ອຳນາດການປົກຄອງຂັ້ນບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກເວົ້າລວມ, ເວົ້າສະເພາະກໍຄືວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຕິດພັນກັບການລົງຢ້ຽມຢຽມຖາມຂ່າວ ແລະ ຮັບຟັງຄໍາຄິດເຫັນ, ຄໍາສະເໜີ, ຂໍ້ຂັດຂ້ອງໝອງໃຈຂອງປະຊາຊົນ ເພື່ອນໍາໄປຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂໃນຕໍ່ໜ້າ.
( ຄະນະດັ່ງກ່າວຍັງຈະໄດ້ສືບຕໍ່ເຄື່ອນໄຫວອີກ 4 ຈຸດຂອງເມືອງ ).