ຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດວຽກງານຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຢູ່ຊຽງຂວາງ ແລະ ບໍລິຄໍາໄຊ

ກ.ຍ. 29, 2025

(ສພຊ) – ວັນທີ 22-26 ກັນຍາຜ່ານມາ, ທ່ານ ມະນີໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກໍາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານໃນຂົງເຂດກະສິກໍາ ແລະ ສິ່ງແວດລ້ອມ ເປັນຕົ້ນ: ວຽກງານຊຸກຍູ້ສົ່ງເສີມກຸ່ມ, ສະ ຫະກອນການຜະລິດ ແລະ ການຈັດສັນແບ່ງເຂດການຜະລິດ (ເຂດປູກ, ເຂດລ້ຽງ); ການຂຶ້ນທະບຽນອອກໃບຕາດິນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິສະບັບເລກທີ 57/ຄປຈ, ລົງວັນທີ 31 ພຶດສະພາ 2024 ວ່າດ້ວຍການຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້; ວຽກງານການຄຸ້ມຄອງ, ຈັດສັນເນື້ອທີ່ດິນແຕ່ລະປະເພດຂອງບັນດາຂະແໜງການໃນການນໍາໃຊ້ໃຫ້ຖືກເປົ້າໝາຍ ແລະ ການໃຫ້ເຊົ່າ, ສຳປະທານທີ່ດິນຂອງລັດ ຢູ່ແຂວງຊຽງຂວາງ ແລະ ແຂວງບໍລິຄໍາໄຊ. ໃນໂອກາດດັ່ງກ່າວ, ທ່ານ ມະນີໂສ ຊາມຸນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເຈົ້າແຂວງແຂວງບໍລິຄໍາໄຊ ແລະ ທ່ານຮອງເຈົ້າແຂວງແຂວງຊຽງຂວາງ ເພື່ອລາຍງານຈຸດປະສົງໃນການເຄື່ອນໄຫວວຽກງານຢູ່ພາຍໃນແຂວງຄັ້ງນີ້.
ໃນການເຄື່ອນໄຫວ, ຄະນະໄດ້ລົງເບິ່ງພື້ນທີ່ຂອງໂຄງການຊົນລະປະທານນໍ້າແທ້ ແລະ ການສະໜອງນໍ້າໃຫ້ແກ່ສະຫະກອນ ເຂົ້າໃນການປູກ, ການລ້ຽງ, ໂຄງການເຊົ່າສໍາປະທານທີ່ດິນເພື່ອຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດ ຊາຍນາ ລົງ ທຶນບໍ່ແຮ່ ຈໍາກັດ ແລະ ລົງພົບປະກຸ່ມການຜະລິດຕົວຈິງຂອງສະຫະກອນປູກພືດກະສິກໍາອິນຊີຢູ່ເມືອງແປກ ແລະ ບໍລິ ສັດ ຈາເຮີ່ ສົ່ງເສີມກະສິກໍາ ຈໍາກັດ ຢູ່ແຂວງຊຽງຂວາງ. ຈາກນັ້ນ, ກໍໄດ້ສືບຕໍ່ເຄື່ອນໄຫວຢູ່ແຂວງບໍລິຄໍາໄຊ ເຊິ່ງໄດ້ລົງເຮັດວຽກຢູ່ໂຄງການກໍ່ສ້າງຫົວງານຊົນລະປະທານທົ່ງແສນທະມາດ ແລະ ແກ້ງໄຊ, ໂຄງການເຊົ່າ ແລະ ສໍາປະທານທີ່ດິນ ເພື່ອຂຸດຄົ້ນແຮ່ທາດຂອງບໍລິສັດ ທ້າຍຊ້ານ ມິງຈິງ ມາຍນິງ ຈໍາກັດ, ລົງພົບປະຢ້ຽມຢາມ ແລະ ຊຸກຍູ້ເຂດການຜະລິດ ຂອງກຸ່ມປູກຜັກອິນຊີ ແລະ ຜັກສະອາດ ບ້ານນາຫາດ ເມືອງຄໍາເກີດ ແລະ ໄດ້ປະຊຸມຮ່ວມກັບບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ເປັນຕົ້ນ: ກະສິກຳ ແລະ ສິ່ງແວດລ້ອມ, ອຸດສາຫະກຳ ແລະ ການຄ້າ, ຂະແໜງສົ່ງເສີມການລົງທຶນ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ເພື່ອຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຊຸກຍູ້ສົ່ງເສີມກຸ່ມ, ສະຫະກອນການຜະລິດ ແລະ ການຈັດສັນແບ່ງເຂດການຜະລິດ (ເຂດປູກ, ເຂດລ້ຽງ); ການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນອອກໃບຕາດິນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິສະບັບເລກທີ 57/ຄປຈ, ລົງວັນທີ 31 ພຶດສະພາ 2024 ວ່າດ້ວຍການຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້; ການຄຸ້ມຄອງ, ຈັດສັນເນື້ອທີ່ດິນແຕ່ລະປະເພດຂອງບັນດາຂະແໜງການໃນການນໍາໃຊ້ໃຫ້ຖືກເປົ້າໝາຍ ແລະ ການໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງລັດ. ໃນກອງປະຊຸມ, ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນດ້ານດີທີ່ຄວນເສີມຂະຫຍາຍ ແລະ ດ້ານຄົງຄ້າງທີ່ຕ້ອງໄດ້ຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ໄດ້ກໍານົດໄວ້; ພ້ອມດຽວກັນນັ້ນ, ທ່ານ ມະນີໂສ ຊາມຸນ ຕີ ຍັງໄດ້ມີຄໍາເຫັນຊີ້ນໍາໃຫ້ແຕ່ລະພະແນກການ ເພີ່ມທະວີ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ.