ຮອງປະທານ ( ກສຕສ ) ສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ທີ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ.

ກ.ຍ. 17, 2024

   ໃນຕອນເຊົ້າຂອງວັນທີ 17 ກັນຍາ 2024 ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານການພັດທະນາຂະຫຍາຍໂຄງລ່າງພຶ້ນຖານທີ່ຈຳເປັນເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ ຢູ່ທີ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ, ມີ ຫົວໜ້າດ່ານພາສີ, ຄະນະດ່ານເຂົ້າຮ່ວມ.
   ໂອກາດດັ່ງກ່າວ ໄດ້ຮັບຟັງການລາຍງານ ໂດຍສັງເຂບຈາກ ທ່ານ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ ກ່ຽວກັບສະພາບຂ້ໍສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຄຸ້ມຄອງວຽກງານຢູ່ດ່ານສາກົນນາເພົ້າ ແຂວງຄໍາມ່ວນ ເປັນຕົ້ນ: ການຄຸ້ມຄອງ ແລະ ກວດກາ ສິນຄ້າ, ລົດຂົນສົ່ງສິນຄ້າ, ການຂົນສົ່ງສິນຄ້າຜ່ານແດນ ທີ່ເຂົ້າ – ອອກ ດ່ານສາກົນນາເພົ້າ, ການປ່ຽນຖ່າຍຫົວລາກ, ຫາງລາກ. ພ້ອມກັນນັ້ນ, ກໍຍັງໄດ້ຮັບຟັງການລາຍງານກ່ຽວກັບການຄຸ້ມຄອງຄົນເຂົ້າ-ອອກເມືອງ;
 
   ຫຼັງຈາກນັ້ນ, ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນດ້ານດີ ທີ່ຄວນເສີມຂະຫຍາຍ ແລະ ດ້ານຂໍ້ຄົງຄ້າງ ທີ່ຕ້ອງໄດ້ຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ທັນສະໄໝໃນການອຳນວຍຄວາມສະດວກທາງດ້ານການຄ້າຄື ລະບົບການແຈ້ງພາສີແບບເອເລັກໂຕຣນິກ, ເຂົ້າສູ່ການຄຸ້ມຄອງການນຳເຂົ້າ-ສົ່ງອອກ ສິນຄ້າ ຢູ່ດ່ານພາສີສາກົນນາເພົ້າໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍທີ່ໄດ້ກໍານົດໄວ້.
ໂດຍ: ເອື້ອ ມະໂນສິງ