ຮອງປະທານ ກວສຊ ເຄື່ອນໄຫວວຽກງານຢູ່ແຂວງບໍລິຄໍາໄຊ

ພ.ພ. 8, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຂ) – ວັນທີ 5 ພຶດສະພາຜ່ານມາ, ທ່ານ ວຽງແກ້ວ ວັນນະຈັກ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ແຂວງບໍລິຄໍາໄຊ ໂດຍໄດ້ເປີດກອງປະຊຸມຢູ່ສະພາປະຊາຊົນແຂວງ (ສພຂ) ເຊິ່ງມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງ ແລະ ພະນັກງານທີ່ກ່ຽວຂ້ອງຂອງ ສພຂ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ວຽງແກ້ວ ວັນນະຈັກ ໄດ້ແຈ້ງຈຸດປະສົງຂອງການເຄື່ອນໄຫວຄັ້ງນີ້ ແມ່ນເພື່ອຕິດຕາມກວດກາ, ເກັບກໍາຂໍ້ມູນ ແລະ ປຶກສາຫາລື ກ່ຽວກັບວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສສຂ, ວຽກງານ ສພຂ; ຈາກນັ້ນ, ທ່ານ ໃສຄໍາ ທອງລັດ ຮອງປະທານສະພາປະຊາຊົນແຂວງ ໄດ້ລາຍງານກ່ຽວກັບໂຄງປະກອບການຈັດຕັ້ງ, ບຸກຄະລາກອນຂອງ ສພຂ ບໍລິຄໍາໄຊ ຊຸດທີ II ແລະ ວຽກງານການກະກຽມການເລືອກຕັ້ງ ພ້ອມທັງສະເໜີບາງບັນຫາທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ. ນອກນີ້, ຍັງໄດ້ຮັບຟັງການມີຄໍາເຫັນລາຍງານ, ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ ຢ່າງກົງໄປກົງມາ, ມີຈຸດສຸມ ແລະ ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກບາງດ້ານ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ມີຄວາມສະດວກ, ວ່ອງໄວ, ທັນເວລາ, ຖືກຕ້ອງຕາມລະບຽບຫຼັກການ ແລະ ກົດໝາຍກໍານົດໄວ້.
(ໂສລະຢ໋າ)