(ສພຊ) ໃນວັນທີ 2 ທັນວາ 2021 ທີ່ສະພາແຫ່ງຊາດ ທ່ານ ດຣ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການວັດທະນະມໍາ-ສັງຄົມ (ກວທສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະ ສະເພາະກິດຂອງສະມາຊິກລັດຖະສະພາອາຊີ-ປາຊີຟິກວ່າດ້ວຍສຸຂະພາບໂລກ (Asia-Pacific Parliamentarian Forum on Global Health (APPFGH)) ຮູບແບບທາງໄກ ໂດຍການເປັນ ປະທານຂອງທ່ານ Minseok Kim ປະທານລັດຖະສະພາອາຊີ-ປາຊີຟິກວ່າດ້ວຍສຸຂະພາບໂລກ ໂດຍການເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມຂອງທ່ານ Dr Poonam Khetrapal Singh ຜູ້ອໍານວຍການປະຈໍາ ພາກພື້ນອາຊີຕາເວັນອອກສຽງໃຕ້ຂອງ WHO; ມີບັນດາປະເທດທີ່ເປັນສະມາຊິກເຂົ້າຮ່ວມ.

ທັງນີ້ ກໍເພື່ອຮັບຮູ້ຂໍ້ມູນຫລ້າສຸດກ່ຽວກັບສະຖານະການການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນພາກພື້ນປາຊີຟິກຕາເວັນຕົກ-ອາຊີຕາເວັນອອກສ່ຽງໃຕ້ຈາກອົງການອະນາໄມໂລກ ແລະ ເປັນການ ແລກປ່ຽນປະສົບການ ກ່ຽວກັບການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີກາຍພັນ, ລວມ ເຖິງການຮັດແໜ້ນຄວາມສາມັກຄີ ແລະ ການວາງແຜນເພື່ອຮັບມືກັບພະຍາດໂຄວິດ-19 ໃນຕໍ່ໜ້າ ພ້ອມທັງສະໜັບສະໜູນຂອງລັດຖະສະພາຕໍ່ຄວາມພະຍາຍາມ ໃນການທົບທວນຄືນ ແລະ ການລົງທຶນ ໃສ່ການຮັກສາສຸຂະພາບ ໃນຂັ້ນພື້ນຖານທີ່ຈໍາເປັນທາງດ້ານສຸຂະພາບໃນອະນາຄົດ.
ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຕໍ່ພິທີເປີດຂອງທ່ານ Minseok Kim ປະທານກອງ ປະຊຸມສະມາຊິກລັດຖະສະພາອາຊີ-ປາຊີຟິກ ວ່າດ້ວຍສຸຂະພາບໂລກ; ຮັບຟັງການນໍາສະເໜີກ່ຽວກັບ ສະຖານະການຂອງໂຄວິດ-19 ແລະ ການທົບທວນຄືນກ່ຽວກັບການຮັກສາສຸຂະພາບຂັ້ນພື້ນຖານ ຈາກອົງການ WHO ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ປຶກສາຫາລືແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນກ່ຽວກັບ ບັນຫາດັ່ງກ່າວ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)