(ສພຊ) – ວັນທີ 30 ມີຖຸນາ ຫາ 7 ກໍລະກົດຜ່ານມາ, ທ່ານ ນາງ ວິໄຊ ສຣິດທິຣາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ (ກຜງສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການລົງທຶນຂອງລັດ ປີ 2025, ການຈັດເກັບລາຍຮັບຢູ່ດ່ານ, ການປະຕິບັດພັນທະງົບປະມານຂອງໂຄງການຂຸດຄົ້ນແຮ່ທາດ, ການແກ້ໄຂຜົນການກວດກາຕາມຜົນການກວດສອບ ແລະ ການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແຕ່ປີ 2026-2030 ຢູ່ແຂວງບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ.
ໂອກາດນີ້, ຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄໍາໄຊ ແລະ ພົບປະທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ເພື່ອລາຍງານຈຸດປະສົງໃນການເຄື່ອນໄຫວວຽກງານ; ຈາກນັ້ນ, ໄດ້ເຮັດວຽກກັບສະພາປະຊາຊົນແຂວງ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ ໂດຍໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການແກ້ໄຂຜົນການກວດກາຕາມຜົນການກວດສອບ ແລະ ການກະກຽມຄວາມພ້ອມຂອງການສ້າງແຜນການ 5 ປີ ຄັ້ງທີ X.
ນອກນັ້ນ, ຍັງໄດ້ລົງຕິດຕາມ ແລະ ຊຸກຍູ້ການຈັດເກັບລາຍຮັບຂອງດ່ານສາກົນປາກຊັນ, ດ່ານສາກົນນໍ້່າພາວ, ການຂຸດຄົ້ນແຮ່ຄຳຂອງບໍລິສັດ ແສນອຸດົມ ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ; ລົງຕິດຕາມກວດກາພື້ນທີ່ຕົວຈິງຢູ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2, ດ່ານສາກົນແດນສະຫວັນ, ການຂຸດຄົ້ນແຮ່ຄໍາ ແລະ ທອງ ຂອງບໍລິສັດ ລ້ານຊ້າງ ມິນີໂຣ ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ.
ການເຄື່ອນໄຫວວຽກງານຄັ້ງນີ້ ສາມາດເກັບກຳໄດ້ບັນຫາທີ່ພົ້ນເດັ່ນ ແລະ ຄົງຄ້າງຂອງວຽກງານດັ່ງກ່າວ ເພື່ອເປັນຂໍ້ມູນພື້ນຖານໃນການກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.
ຮອງປະທານ ກຜງສ ເຄື່ອນໄຫວວຽກງານຢູ່ບໍລິຄຳໄຊ ແລະ ສະຫວັນນະເຂດ
