ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ

ກ.ຍ. 28, 2025

(ສພຊ) – ວັນທີ 24-26 ກັນຍາຜ່ານມາ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວລົງຕິດຕາມກວດກາໂຄງການພັດທະນາທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ຢູ່ແຂວງວຽງຈັນ. ໃນໄລຍະລົງເຄື່ອນໄຫວນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ພ້ອມດ້ວຍຄະນະ ໄດ້ພົບປະກັບທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງວຽງຈັນ ໂດຍໄດ້ລາຍງານກ່ຽວກັບຈຸດປະສົງຂອງການລົງມາເຮັດວຽກຢູ່ແຂວງວຽງຈັນ; ທ່ານເລຂາພັກແຂວງ, ເຈົ້າແຂວງແຂວງວຽງຈັນ ໄດ້ສະແດງຄວາມຊົມເຊີຍຕໍ່ການລົງເຮັດວຽກຂອງຄະນະໃນຄັ້ງນີ້ ແລະ ຍັງໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງຕະຫຼອດໄລຍະຜ່ານມາ ແລະ ການກະກຽມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງວຽງຈັນ. ໃນໂອກາດຢ້ຽມຢາມນີ້, ຍັງໄດ້ມີການຈັດກອງປະຊຸມເຮັດວຽກຮ່ວມກັບທ່ານປະທານສະພາປະຊາຊົນແຂວງ, ຕາງໜ້າພະແນກການຂອງແຂວງຄື: ພະແນກກະສິກຳ ແລະ ສິ່ງແວດລ້ອມ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງຈຳນວນໜຶ່ງ; ໃນການເຄື່ອນໄຫວຄັ້ງນີ້ ໄດ້ມີທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ ຕິດຕາມ.

 

ຄະນະຍັງໄດ້ລົງພົບປະກັບການນຳ ແລະ ປະຊາຊົນຂອງບັນດາເມືອງ ເຊັ່ນ: ເມືອງທຸລະຄົມ ແລະ ປະຊາຊົນ 7 ບ້ານ ທີ່ມີຄວາມເປັນຫ່ວງຕໍ່ໂຄງການຂຸດຄົ້ນເກືອກາລີ; ຢູ່ເມືອງເຟືອງ ໄດ້ພົບປະກັບການນຳຂອງເມືອງ ແລະ ປະຊາຊົນຢູ່ບ້ານໂພນສະຫວາດ ທີ່ຍົກຍ້າຍຍ້ອນໂຄງການໄຟຟ້ານ້ຳງື່ມ 2 ແລະ ພົບປະກັບການນຳ ແລະ ປະຊາຊົນບ້ານນາດີ, ບ້ານສີສະອາດເໜືອ, ເມືອງແມດ ເພື່ອຊອກຮູ້ຜົນກະທົບຂອງໂຄງການຂຸດຄົ້ນແຮ່ຄຳຕົກຂ້ອນຢູ່ເຂດຕ່າງໆຂອງເມືອງແມດ.

 

ໃນການພົບປະການນຳ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງຕ່າງໆໃນແຂວງວຽງຈັນຄັ້ງນີ້ ໄດ້ສຸມໃສ່ເກັບກໍາຂໍ້ມູນຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ, ພື້ນທີ່ທໍາການຜະລິດ, ການທົດແທນຄ່າເສຍຫາຍ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນພາຍຫຼັງຍົກຍ້າຍ, ການສະໜອງສິ່ງອຳນວຍຄວາມສະດວກດ້ານພື້ນຖານໂຄງລ່າງ ແລະ ບັນຫາຜົນກະທົບອື່ນໆ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ, ລົງວັນທີ 07 ມີນາ 2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ເພື່ອສັງລວມລາຍງານຄະນະປະຈໍາສະພາແຫ່ງຊາດ ເພື່ອສະເໜີທິດທາງ, ວິທີການ ແລະ ມາດຕະການ ສະເໜີລັດຖະບານພິຈາລະນາແກ້ໄຂ.
(ນາງ ກຸກກິກ ບຸດດາໄຊ)