ໃນຕອນເຊົ້າວັນທີ 22 ສິງຫາ 2025, ທ່ານ ພົທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານ ຮອງປະທານກຳມາທິການສະພາແຫ່ງຊາດ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສະພາປະຊາຊົນແຂວງຄຳມ່ວນ, ໂດຍການກ່າວຕ້ອນຮັບ ແລະເຂົ້າຮ່ວມເຮັດວຽກ ຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ; ມີບັນດາທ່ານຮອງປະທານສະພາປະຊາຊົນຂັ້ນແຂວງ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ຄະນະເລຂາທິການ, ແລະ ພະນັກງານສະພາປະຊາຊົນແຂວງຄຳມ່ວນ.


ກອງປະຊຸມທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ລາຍງານການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງຄໍາມ່ວນ ໂດຍສັງເຂບໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມ 3 ພາລະບົດບາດຕົ້ນຕໍຄື: ດ້ານການພິຈາລະນາ ແລະ ຮັບຮອງເອົານິຕິກຳທີ່ສຳຄັນຂອງທ້ອງຖິ່ນ, ການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ວຽກງານຕິດຕາມກວດກາການເຄົາລົບປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການປົກຄອງທ້ອງຖິ່ນ; ຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນ ແລະແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງເພື່ອເຮັດໃຫ້ການຈັດ ຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຄຸນນະພາບສູງຂຶ້ນ.

ໂອກາດດັ່ງກ່າວ, ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງຄໍາມ່ວນ ໄລຍະທີ່ຜ່ານມາ; ພ້ອມນັ້ນ, ທ່ານ ໄດ້ຮຽກຮ້ອງມາຍັງ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ຄະນະເລຂາທິການ ສືບຕໍ່ເອົາໃຈໃສ່ຄົ້ນຄວ້າ, ກຳແໜ້ນບັນດາເນື້ອໃນ, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຮັບຮູ້ເຂົ້າໃຈ ເປັນຕົ້ນ: ກຳແໜ້ນເນື້ອໃນຂອງ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ບັນດາມະຕິຂອງສະພາແຫ່ງຊາດ, ມະຕິຂອງຄະນະປະຈໍາສະພາແຫ່ງຊາດ, ມະຕິຂອງສະພາປະຊາຊົນຂັ້ນແຂວງ ແລະ ມະຕິຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງຂອງຕົນໃຫ້ໜັກແໜ້ນ.