ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູແຂວງອຸດົມໄຊ.

ສ.ຫ. 14, 2025

ຕອນເຊົ້າວັນທີ 14 ສິງຫາ 2025 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີທ່ານ ຄໍາຈັນ ໂສຕາປະເສີດ ກໍາມະການປະຈໍາສະພາແຫ່ງຊາດ ພ້ອມດ້ວຍຄະນະ, ບັນດາທ່ານຮອງປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ, ມີບັນດາທ່ານໃນຄະນະປະຈໍາສະພາປະຊາ ຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ອົງການ ແລະ ຂະແໜງກ່ຽວຂ້ອງ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.ຈຸດປະສົງ, ກໍ່ເພື່ອເປັນຕິດຕາມກວດກາ, ເກັບກໍາຂໍ້ມູນກ່ຽວກັບໂຄງການພັດທະນາ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສິ່ງແວດແວດລ້ອມຢູ່ແຂວງອຸດົມໄຊ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX .
ກອງປະຊຸມ, ໄດ້ຮັບຟັງການລາຍງານໂດຍຫຍໍ້ຕາມຄໍາຖາມເຈາະຈີ້ມຂອງຄະນະຮັບຜິດຊອບ ຈາກບັນດາພະແນກການເປັນຕົ້ນ: ຜົນການແກ້ໄຂ ຜົນກະທົບຈາກໂຄງການລົດໄຟ ລາວ-ຈີນ ຜ່ານມາ; ວຽກງານບໍ່ແຮ່; ການຊົດເຊີຍທີ່ດິນ, ຟື້ນຟູປ່າໄມ້; ຄວາມຄືບໜ້າໃນການພັດທະນາ ແລະ ການຊົດເຊີຍຜົນກະທົບໂຄງການພັດທະນາເມືອງທັນສະໄໝ ແລະ ບັນຫາອື່ນໆ. ຫຼັງຈາກນັ້ນ, ກອງປະຊຸມໄດ້ມີຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງ.ປະຕິບັດຕາມແຜນການເຄື່ອນໄຫວ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງຈະໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ບາງໂຄງການຕື່ມອີກ.ໂອກາດທີ່ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ສະຫາຍ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ, ຍັງໄດ້ເຂົ້າອອຍພອນ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ແລະ ຕ້ອນຮັບໂດຍສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ, ມີຮອງເລຂາ ແລະ ບັນດາສະຫາຍໃນຄະນະປະຈໍາພັກແຂວງ ເຂົ້າຮ່ວມ.
ພາບ\ຂ່າວ: ສະພາປະຊາຊົນແຂວງ.