

ໃນຕອນເຊົ້າວັນທີ 11 ກຸມພາ 2022 ນີ້ ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມເປັນຄະນະປະທານໃນພິທີເປີດການຈັດຕັ້ງປະຕິບັດໂຄງການປັບປຸງສະພາບແວດລ້ອມສີຂຽວຕາມເສັ້ນທາງຫຼວງ ແລະ ສວນສາທາລະນະໃນນະຄອນປາກເຊ ໂດຍມີ ທ່ານ ປອ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງແຂວງຈໍາປາສັກ, ມີ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ທ່ານ ບົວລີ ເພັດສົງຄາມ ຄະນະປະຈໍາພັກແຂວງ ເຈົ້ານະຄອນປາກເຊ ພ້ອມດ້ວຍພະນັກງານການນໍາຂັ້ນສູງຂອງແຂວງ ຕະຫຼອດຮອດພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນໄດ້ລາຍງານຄວາມພ້ອມ ແລະກ່າວເປີດພິທີຢ່າງເປັນທາງການ. ຈາກນັ້ນ, ຄະນະປະທານ ແລະ ບັນດາທ່ານການນໍາຂັ້ນສູງຂອງແຂວງ ໄດ້ຮ່ວມກັນປູກຕົ້ນດອກຈໍາປາຈໍານວນຫຼາຍຕົ້ນອີກດ້ວຍ.
ພິທີໄດ້ຈັດຂື້ນຢູ່ທີ່ເດີ່ນສະໜາມແດງ ແຂວງຈໍາປາສັກ.
(ພາບ-ຂ່າວ: ສົມວິຈິດ ໄຊມົນຕີ)

