ຮອງປະທານສະພາແຫ່ງຊາດ ຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານກໍາມາທິການກິດຈະການສະພາຜູ້ແທນລາສະດອນໄທ

ພ.ພ. 26, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 23 ພຶດສະພາຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ປະເສີດ ບຸນເຮືອງ ປະທານກໍາມາທິການກິດຈະການສະພາຜູ້ແທນລາສະດອນ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 23-25 ພຶດສະພາ 2025 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ ລາວ-ໄທ ກໍຄືສອງອົງການນິຕິບັນຍັດ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
ທ່ານ ຄຳໃບ ດຳລັດ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນການພົບປະເຮັດວຽກລະຫວ່າງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ແຫ່ງ ສປປລາວ ກັບ ກໍາມາທິການກິດຈະການສະພາຜູ້ແທນລາສະດອນ ແຫ່ງ ລາຊະອານາຈັກໄທ ເຊິ່ງສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ; ພ້ອມທັງແລກປ່ຽນບົດຮຽນ ແລະ ປະສົບການ ໃນການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ, ຂອງກຳມາທິການຕ່າງໆພາຍໃນສະພາແຫ່ງຊາດ ເພື່ອສົມທຽບກັບບົດບາດໜ້າທີ່ຂອງລັດຖະສະພາ ກໍຄືກຳມາທິການຕ່າງໆຂອງລັດຖະສະພາໄທ. ພ້ອມກັນນີ້, ທ່ານຍັງສະເໜີໃຫ້ສອງຝ່າຍສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືນໍາກັນໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຍິ່ງໆຂຶ້ນ ໂດຍສະເພາະການແລກປ່ຽນຄະນະຜູ້ແທນຮ່ວມກັນຢ່າງປົກກະຕິ ແລະ ຕໍ່ເນື່ອງ, ການສ້າງກິດຈະກຳ ຫຼື ໂຄງການໃດໜຶ່ງທີ່ເປັນສັນຍະລັກມິດຕະພາບການຮ່ວມມືລະຫວ່າງສອງລັດຖະສະພາ ລາວ-ໄທ, ໄທ-ລາວ, ການສ້າງຊັບພະຍາກອນມະນຸດເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ພະນັກງານຂອງສະພາແຫ່ງຊາດລາວ, ການແລກປ່ຽນບົດຮຽນໃນຫົວຂໍ້ວິທະຍາສາດຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ການຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດ ແລະ ບັນດາບໍລິສັດຂອງໄທ ມາລົງທຶນ ແລະ ຮ່ວມມືດ້ານຕ່າງໆ ຢູ່ ສປປລາວ, ການແລກປ່ຽນວັດທະນະທຳ ແລະ ລະຫວ່າງປະຊາຊົນກັບປະຊາຊົນຂອງສອງປະເທດ ໃຫ້ນັບມື້ເພີ່ມຂຶ້ນ; ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ແຈ້ງໃຫ້ຄະນະຊາບກ່ຽວກັບແຜນການປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ອົງການປົກຄອງທ້ອງຖິ່ນ ແລະ ການປັບປຸງລັດຖະທຳມະນູນ ແລະ ກົດໝາຍຂອງ ສປປລາວ ຈຳນວນໜຶ່ງ.
ທ່ານ ປະເສີດ ບຸນເຮືອງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຜົນການພົບປະເຮັດວຽກ ແລະ ແລກປ່ຽນບົດຮຽນກັບກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ທັງແຈ້ງສະພາບການທີ່ພົ້ນເດັ່ນໂດຍຫຍໍ້ຂອງລາຊະອານາຈັກໄທ ແລະ ການປະຕິບັດພາລະບົດບາດຂອງຕົນ.
ຄະນະຜູ້ແທນສະພາຜູ້ແທນລາສະດອນໄທ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມັນຕີ, ຢ້ຽມຊົມຫໍມູນເຊື້ອຂອງສະພາແຫ່ງຊາດ ພ້ອມທັງທ່ຽວຊົມສະຖານທີ່ທ່ອງທ່ຽວສຳຄັນຂອງລາວ ຢູ່ນະຄອນຫຼວງວຽງຈັນ, ເມືອງວັງວຽງ ແລະ ເມືອງເຟືອງ ແຂວງວຽງຈັນ ອີກດ້ວຍ.