loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານສະພາແຫ່ງຊາດ ຮັບການເຂົ້າຢ້ຽມຂໍ່ານັບຂອງນາຍພົນຍິງ

ຕ.ລ. 14, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 7 ຕຸລາຜ່ານມາ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງນາຍພົນຍິງຊຸດທຳອິດຂອງກະຊວງປ້ອງກັນປະເທດ ນຳໂດຍທ່ານ ພົຈວ. ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ທ່ານ ພົຈວ. ນາງ ທອງສີ ວົງພະຈັນ ຫົວໜ້າກົມຮັກສາສຸຂະພາບສູນກາງ, ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ທ່ານ ພົຈວ. ນາງ ມະລີວອນ ສຸລິຍະແສງ ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍຄະນະ ເພື່ອລາຍງານຜົນງານທີ່ແມ່ຍິງກອງທັບຍາດມາໄດ້ ແລະ ເປັນບາດກ້າວທໍາອິດໃນໜ້າປະຫວັດສາດ ສປປລາວ ທີ່ແມ່ຍິງສາມາດເປັນການນຳລະດັບສູງຂອງກອງທັບ.

ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຖືກເລື່ອນເປັນນາຍພົນຍິງຂອງລາວຊຸດທຳອິດໃນປະຫວັດສາດຂອງຊາດລາວ, ໄດ້ອວຍພອນບັນດາຜົນງານທີ່ເອື້ອຍນ້ອງກອງທັບຍາດມາໄດ້ ອັນເປັນໃບໜ້າໃໝ່ໃຫ້ແກ່ເອື້ອຍນ້ອງຍິງໃນທົ່ວປວງຊົນ ເວົ້າລວມ, ເວົ້າສະເພາະກຳລັງປະກອບອາວຸດ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າທັງສາມນາຍພົນຍິງ ຈະນຳເອົາຄວາມຮູ້ຄວາມສາມາດ ໄປຊຸກຍູ້ເອື້ອຍນ້ອງແມ່ຍິງທັງພາຍໃນກອງທັບ ແລະ ທົ່ວປວງຊົນ ເຝິກຝົນຫຼໍ່ຫຼອມຕົນເອງ ເພື່ອຍົກສູງບົດບາດຂອງເອື້ອຍນ້ອງໃນສັງຄົມ ເພື່ອເປັນກຳລັງແຮງສຳຄັນຄຽງຄູ່ກັບເພດຊາຍໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທ່ານ ພົຈວ. ນາງ ໄພວອນ ອິນທະບຸດ ໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານສະພາແຫ່ງຊາດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມ ພ້ອມທັງລາຍງານໃຫ້ຊາບໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ; ໃຫ້ຄຳໝັ້ນສັນຍາວ່າ ຈະເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງ, ນຳເອົາຄວາມຮູ້ຄວາມສາມາດທັງໝົດທີ່ມີ ໄປນຳໃຊ້ໃຫ້ເກີດຜົນປະໂຫຍດຫຼາຍທີ່ສຸດ, ຈະເປັນກຳລັງແຮງສຳຄັນໃນການກະຕຸກຊຸກຍູ້ໃຫ້ເອື້ອຍນ້ອງແມ່ຍິງ ໃນການພັດທະນາຕົນເອງໃຫ້ກ້າວໜ້າຂຶ້ນເລື້ອຍໆ ເພື່ອເຮັດສຳເລັດໜ້າທີ່ທີ່ຖືກມອບໝາຍ.

(ນາງ ອາລິນ ສຸພິມມະປະດິດ)