ໃນວັນທີ 12 ມັງກອນ 2024, ທ່ານ ຄໍາໃບ ດຳລັດ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ໂຄງການຕ້ານຕະຝັ່ງເຈື່ອນ ແລະ ຢ້ຽມຢາມເຂດການຜະລິດກະສິກຳ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ, ແລະ ເຂົ້າຮ່ວມເຄື່ອນໄຫວມີ: ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ສະເຫຼີມສັກ ແກ້ວຈັນທະລາ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຂອງ ທ່ານ ແກ້ວອິນຖາ ປາກກາທອງ ຮອງເລຂາພັກເມືອງ ພ້ອມດ້ວຍບັນດາ ຄະນະປະຈໍາພັກເມືອງ, ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຂະແໜງການຂັ້ນເມືອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນ 1 ປີຜ່ານມາໂດຍສັງເຂບ; ຮັບຟັງກ່ຽວກັບການກໍ່ສ້າງຕະຝັ່ງເຈື່ອນໄລຍະຜ່ານມາ ແລະ ສະພາບການເຊາະເຈື່ອນຂອງດິນແຕ່ລະເຂດບ້ານລຽບຕາມແຄມແມ່ນໍ້າຂອງເມືອງ ແລະຮັບຟັງການລາຍງານເຂດການຜະລິດກະສິກຳ, ເປັນຕົ້ນກຸ່ມຜະລິດແນວພັນເຂົ້າ ແລະ ນາແຊງ;

ພ້ອມນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກຢູ່ພາກສະໜາມ ຕິດຕາມເບິ່ງຈຸດຕາຝັ່ງແມ່ນໍ້າຂອງເຈື່ອນຢູ່ເຂດບ້ານດອນຂຽວ ແລະ ບ້ານດ່ານປາກເຊ ເມືອງໜອງບົກ ແຂວງຄໍາມ່ວນ;

ຈາກນັ້ນ, ຕາມແຜນການເຄື່ອນໄຫວ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມເຂດການຜະລິດກະສິກຳ ແລະ ກຸ່ມຜະລິດແນວພັນເຂົ້າ ລຸ້ນ3 ບ້ານຜັກອີ່ຕູ່ ເມືອງໜອງບົກ ແຂວງຄໍາມ່ວນ.
ໂດຍ: ເອື້ອ ມະໂນສິງ