

ພາຍຫຼັງໄດ້ພົບປະກັບຄະນະນໍາ ແລະ ພະນັກງານ-ລັດຖະກອນ ຂອງເມືອງສຸຂຸມາ ແລ້ວ ໃນຕອນບ່າຍຂອງວັນທີ 9 ແລະ ຕອນເຊົ້າວັນທີ 10 ກຸມພາ 2022 ນີ້ ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ສົມທົບກັບບັນດາທ່ານສະມາຊິກສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ສືບຕໍ່ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ບ້ານຫ້ວຍແຮ່ ແລະ ບ້ານໂນນຍາງ ເມືອງ ສຸຂຸມາ ໂດຍໄດ້ຮັບການຕ້ອນຮັບຈາກອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ທັງ 2 ບ້ານຢ່າງອົບອຸ່ນ.


ການເຄື່ອນໄຫວໄດ້ຮັບຟັງການລາຍງານສະພາບຈຸດພິເສດໂດຍຫຍໍ້ ຈາກອໍານາດການປົກຄອງ ບ້ານຫ້ວຍແຮ່ ແລະ ບ້ານໂນນຍາງ. ຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ແລະ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ມີຄໍາເຫັນໂອ້ລົມເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝວິສາມັນເທື່ອທີ 1, ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈ, ຕິດພັນກັບການຮັບຟັງຄໍາຄິດເຫັນ, ຄໍາສະເໜີຂອງປະຊາຊົນ, ພ້ອມທັງໄດ້ຊີ້ແຈ້ງອະທິບາຍຕໍ່ບາງຄໍາສະເໜີໃຫ້ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງ.


ໂອກາດດັ່ງກ່າວ, ຄະນະຂອງທ່ານຮອງປະທານສະພາແຫ່ງຊາດ ໄດ້ເຄື່ອນໄຫວຢ້ຽມຢາມເຂດຜະລິດກະສິກໍາ ແລະ ໜອງເກັບນໍ້າໃຫຍ່ ເຂດໄກ້ກັບ ພຣະທາດສາມປາງ ທີ່ເປັນສະຖານທີ່ປູສະນິຍະສະຖານ ຂອງເມືອງສຸຂຸມາ ອີກດ້ວຍ.
(ພາບ-ຂ່າວ: ສົມວິຈິດ ໄຊມົນຕີ- ສີສຸພັນ ສີສະຫັວດ)