(ສພຊ) – ວັນທີ 25-26 ພຶດສະພາ 2025, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 46 ທີ່ນະຄອນຫຼວງກົວລາລໍາເປີ, ປະເທດມາເລເຊຍ ເຊິ່ງມີບັນດາປະມຸກລັດ, ນາຍົກລັດຖະມົນຕີ, ປະທານ-ຮອງປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ ເຂົ້າຮ່ວມ ໂດຍໄດ້ປຶກສາຫາລືຫຼາຍບັນຫາສຳຄັນທີ່ເປັນຄວາມກັງ ວົນຮ່ວມກັນ ແລະ ສິ່ງທ້າທາຍຕໍ່ການບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນ.

ຜູ້ນໍາໄອປາ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊຽນໃນໄລຍະຜ່ານມາ ລວມເຖິງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງອາຊຽນ ໃນທ່າມກາງສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ. ພ້ອມດຽວກັນນັ້ນ, ຜູ້ນຳໄອປາ ໄດ້ເນັ້ນໜັກເຖິງການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຝ່າຍບໍລິຫານ ແລະ ຝ່າຍນິຕິບັດຍັດຂອງອາຊຽນ ໃນການເສີມຂະຫຍາຍທ່າແຮງເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະຊາຊົນອາຊຽນ ໂດຍສະເໜີໃຫ້ຜູ້ນຳອາຊຽນ ສືບຕໍ່ຮັກສາສັນຕິພາບ, ຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ; ເສີມຂະຫຍາຍຄວາມສາມາດໃນການຕອບສະໜອງທາງດ້ານພະລັງງານ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານໃນອາຊຽນ; ສືບຕໍ່ສົ່ງເສີມການລົງທຶນສີຂຽວ, ຄວາມສະເໝີພາບ ແລະ ຄວາມຍືນຍົງທາງດ້ານການເງິນ, ການຄ້າ ເເລະ ການລົງທຶນ ໃນໂຄງການສີຂຽວ ເເລະ ການພັດທະນາພື້ນຖານໂຄງລ່າງ; ປັບປຸງແຜນງານ, ກອບກົດໝາຍ ແລະ ນະໂຍບາຍເພື່ອບັນລຸຂໍ້ລິເລີ່ມ ແລະ ຂໍ້ຕົກລົງສີຂຽວອາຊຽນ; ປັບປຸງປະສິດທິພາບການເຄື່ອນໄຫວຂອງບັນດາກົນໄກຂອງອາຊຽນ ແລະ ລະຫວ່າງອາຊຽນກັບບັນດາຄູ່ຮ່ວມພັດທະນາ; ສົ່ງເສີມນະວັດຕະກໍາ, ການຖ່າຍທອດການນຳໃຊ້ ແລະ ການພັດທະນາທາງດ້ານນະວັດຕະກໍາ ເເລະ ເຕັກໂນໂລຊີ ໃນການຮັບປະກັນຄວາມຈະເລີນຮຸ່ງເຮືອງຂອງອາຊຽນ; ຊຸກຍູ້ການເຕີບໂຕດ້ານເສດຖະກິດທີ່ເຂັ້ມແຂງ, ຮັດແຄບຊ່ອງວ່າງຂອງການພັດທະນາ, ເສີມສ້າງຄວາມເຂັ້ມແຂງພາຍໃນພາກພື້ນ ໃຫ້ມີການຂະຫຍາຍຕົວ ແລະ ການພັດທະນາແບບຍືນຍົງຕາມທິດທາງຂອງອາຊຽນ.

ກ່ອນການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ຜູ້ນໍາໄອປາ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມປະຊຸມກະກຽມຂອງຄະນະຜູ້ແທນຈາກສະມາຊິກໄອປາ ໂດຍການເປັນປະທານຂອງທ່ານ ຕານ ສິຣິ ດາໂຕະ (ປອ) ໂຈຮາຣີ ບິນ ອັບດູນ ປະທານສະພາຜູ້ເເທນລາສະດອນມາເລເຊຍ ທັງເປັນປະທານໄອປາໃນຄັ້ງນີ້ ແລະ ຜູ້ເຂົ້າຮ່ວມທີ່ນໍາໂດຍຂັ້ນປະທານ, ຮອງປະທານ ແລະ ສະມາຊິກສະພາແຫ່ງຊາດ ຈາກ 10 ປະເທດ ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ຫວຽດນາມ, ສິງກາໂປ, ມາເລເຊຍ, ຟີລິບປິນ, ໄທ ແລະ ຕີມໍແລັດສະເຕ ພ້ອມດ້ວຍເລຂາທິການໃຫຍ່ໄອປາ ເພື່ອຄົ້ນຄວ້າປຶກສາຫາລືຕໍ່ຮ່າງເນື້ອໃນສານຂອງຜູ້ນຳໄອປາທີ່ຈະສະເໜີຕໍ່ຜູ້ນຳອາຊຽນ; ໃນກອງປະຊຸມ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ຮ່າງສານດັ່ງກ່າວ ໂດຍໄດ້ເນັ້ນໜັກເຖິງການເພີ່ມທະວີຄວາມໝັ້ນຄົງ, ສົ່ງເສີມນະໂຍບາຍເພື່ອສ້າງຄວາມເຂັ້ມແຂງແກ່ອາຊຽນ, ເພີ່ມທະວີການເຊື່ອມໂຍງ ແລະ ສົ່ງເສີມການເຊື່ອມຈອດທາງດ້ານເສດຖະກິດຂອງພາກພື້ນກັບທົ່ວໂລກ.
ນອກຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະປຶກສາຫາລືແບບບໍ່ເປັນທາງການກັບຄະນະຜູ້ແທນ ສສ.ຫວຽດນາມ, ກຳປູເຈຍ, ຕີມໍແລັດສະເຕ ແລະ ເລຂາທິການໃຫຍ່ໄອປາ ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນແລະກັນໃນຕໍ່ໜ້າ.