ຮອງປະທານສະພາແຫ່ງຊາດ ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ

ສ.ຫ. 11, 2025

(ສພຊ) – ວັນທີ 5-9 ສິງຫາ 2025, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ນຳໂດຍທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ), ທ່ານ ກົງແກ້ວ ມີວໍລະຈັກ ປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 13 ທັງເປັນປະທານສະພາປະຊາຊົນແຂວງ (ສພຂ) ແລະ ບັນດາສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ-ນະຄອນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ lX ແລະ ສພຂ ສະຫວັນນະເຂດ ຊຸດທີ ll ຢູ່ 3 ເມືອງຄື: ເມືອງພະລານໄຊ ໂດຍລົງໄປເຂດກຸ່ມບ້ານດົງບັງ ແລະ ສຳນັກງານປົກຄອງເມືອງ, ເມືອງໄຊບູລີ ລົງໄປພົບປະປະຊາຊົນທີ່ເຂດກຸ່ມບ້ານຍາງຄຳ ແລະ ສຳນັກງານປົກຄອງເມືອງ ແລະ ນະຄອນໄກສອນພົມວິຫານ ໂດຍລົງພົບປະຜູ້ມີສິດເລືອກຕັ້ງຢູ່ສຳນັກງານປົກຄອງນະຄອນ ແລະ ເຂດກຸ່ມບ້ານສົມສະອາດ ເຊິ່ງມີສະຫາຍເລຂາພັກນະຄອນ, ບັນດາຄະນະປະຈຳພັກ, ການນຳຂອງອໍານາດການປົກຄອງເມືອງ ແລະ ພະແນກການທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ສອງກອງບັນຊາການທະຫານ-ຕຳຫຼວດອ້ອມຂ້າງເມືອງ-ນະຄອນ, ເລຂາພັກບ້ານ, ນາຍບ້ານ, ພະນັກງານ-ລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍຫຍໍ້ ເຊິ່ງໄດ້ແຈ້ງຜົນການພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ ດ້ວຍການຮັບຮອງອອກເປັນມະຕິ 15 ສະບັບ ໃນນັ້ນ, ມີການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ໃນນີ້, ສ້າງໃໝ່ 5 ສະບັບ ແລະ ປັບປຸງ 5 ສະບັບ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ແລະ ວຽກງານອື່ນໆຂອງລັດຖະບານ; ຈາກນັ້ນ, ສສຂ ປະຈຳເຂດເລືອກຕັ້ງເມືອງທັງ 2 ເມືອງ ແລະ ນະຄອນໄກສອນພົມວິຫານ ກໍໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຂ ສະຫວັນນະເຂດ ຊຸດທີ ll ເຊິ່ງໄດ້ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ເປັນຕົ້ນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍສ້າງໃໝ່ 3 ສະບັບຄື: ຂໍ້ຕົກລົງວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນສະຖານທີ່ສຶກສາທົ່ວແຂວງ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງແຜນຜັງນະຄອນໄກສອນພົມວິຫານ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງແຜນຜັງເມືອງອຸທຸມພອນ.
ພາຍຫຼັງຮັບຟັງການເຜີຍແຜ່ແລ້ວ, ບັນດາຜູ້ມີສິດເລືອກຕັ້ງໄດ້ສະເໜີຂໍ້ຂ້ອງໃຈ ເພື່ອເປັນການແລກປ່ຽນບັນຫາຕ່າງໆ ທີ່ຕິດພັນກັບການດຳລົງຊີວິດທີ່ຍັງພົບຄວາມຫຍຸ້ງຍາກ ໂດຍສະເໜີໃຫ້ຂັ້ນເທິງແກ້ໄຂຊ່ວຍ ເປັນຕົ້ນ: ເສັ້ນທາງຄົມມະນາຄົມເປ່ເພ, ໂຮງຮຽນຊຸດໂຊມ, ການປະລະການຮຽນ, ບັນຫາຢາເສບຕິດ, ການຂາດແຄນນໍ້າ, ໄຟຟ້າບໍ່ມີຄວາມສະຖຽນ (ໄຟຟ້າຕົກ), ລາຄາໄຟຟ້າແພງ ແລະ ບັນຫາອື່ນໆ.
ໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ຍັງມີຄຳເຫັນໂອ້ລົມ ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງພະລານໄຊ, ເມືອງໄຊບູລີ ແລະ ນະຄອນໄກສອນພົມວິຫານ ທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຊົມເຊີຍຕໍ່ການປະກອບສ່ວນຢ່າງຫ້າວຫັນ ແລະ ມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນ ໃນການບຸກບືນສ້າງວຽກເຮັດງານທໍາ ເພີ່ມລາຍຮັບແກ່ຄອບຄົວ ທັງມີການປະກອບສ່ວນໃນການພັດທະນາທ້ອງຖິ່ນຂອງຕົນຢ່າງຫ້າວຫັນ; ພ້ອມກັນນັ້ນ, ຍັງໄດ້ເນັ້ນໜັກໃຫ້ປະຊາຊົນ ກໍຄືອຳນາດການປົກຄອງແຕ່ລະຂັ້ນ ຈົ່ງສືບຕໍ່ຄົ້ນຄວ້າທ່າແຮງຂອງທ້ອງຖິ່ນຕົນ ເພື່ອເປັນຈຸດສຸມໃນການພັດທະນາທ້ອງຖິ່ນໃຫ້ນັບມື້ນັບເຂັ້ມແຂງ.
ຕໍ່ກັບຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງນັ້ນ ກໍໄດ້ມີການຊີ້ແຈງຢ່າງກົງໄປກົງມາ ໂດຍການນໍາຂອງເມືອງ, ສະພາປະຊາຊົນແຂວງ ແລະ ສະພາແຫ່ງຊາດ ແລະ ຮຽກຮ້ອງໃຫ້ບັນດາເມືອງ, ບ້ານຕ່າງໆ ພ້ອມດ້ວຍປະຊາຊົນ ຈົ່ງມີສ່ວນຮ່ວມໃນການພັດທະນາ ເພື່ອສົ່ງເສີມ ແລະ ຂະຫຍາຍທ່າແຮງທີ່ມີຂອງເມືອງ-ນະຄອນ ປະກອບສ່ວນເຮັດໃຫ້ແຂວງສະຫວັນນະເຂດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນການເຄື່ອນໄຫວຄັ້ງນີ້, ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ນຳອຸປະກອນການຮຽນ ປະກອບມີ: ເສື້ອນັກຮຽນ, ປຶ້ມຂຽນ, ບິກ, ສໍດໍາ ແລະ ອຸປະກອນກິລາຈຳນວນໜຶ່ງ ລວມມູນຄ່າຫຼາຍກວ່າ 40 ລ້ານກີບ ໂດຍສົມທົບກັບການປະກອບສ່ວນຂອງບັນດາບໍລິສັດຢູ່ທ້ອງຖິ່ນ ມອບໃຫ້ບັນດາກຸ່ມບ້ານຂອງ 2 ເມືອງ, ໂຮງຮຽນ SOS, ສະມາຄົມແສງສະຫວ່າງຊ່ວຍເຫຼືອເດັກ ແລະ ແມ່ຍິງ ແລະ ໂຮງຮຽນຊົນເຜົ່າ ເພື່ອນຳໄປແຈກຢາຍໃຫ້ນ້ອງນັກຮຽນຢູ່ບັນດາໂຮງຮຽນດັ່ງກ່າວ. ພ້ອມກັນນັ້ນ, ຄະນະຍັງໄດ້ຕາງໜ້າໃຫ້ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ມອບເງິນສົມທົບມູນຄ່າ 200 ລ້ານກີບ ທີ່ໄດ້ຮັບການອຸປະຖໍາຈາກບໍລິສັດ ທ່າບົກທ່ານາແລ້ງ ເພື່ອສ້າງໂຮງຮຽນປະຖົມຢູ່ບ້ານສາມັກຄີໄຊ, ເມືອງອາດສະພັງທອງ ອີກດ້ວຍ.

(ນາງ ສຸພາວັນ ຫອມສະນິດ)