ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ຕິດຕາມກວດກາ ແລະຊຸກຍູ້ ຂົງເຂດວຽກງານການຕ່າງປະເທດ ແລະ ໂຄງການພັດທະນາຈຳນວນໜຶ່ງ ຢູ່ ແຂວງຄໍາມ່ວນ.

​ກ.ກ. 14, 2025

  ຕອນເຊົ້າວັນທີ 14 ກໍລະກົດ 2025 ນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ຂົງເຂດວຽກງານການຕ່າງປະເທດ ຢູ່ແຂວງຄຳມ່ວນ, ໂອກາດດັ່ງກ່າວ ໄດ້ພົບປະ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງ, ເນື້ອໃນ ແລະ ເປົ້າໝາຍຂອງການເຄື່ອນໄຫວຕິດຕາມກວດກາ, ພ້ອມດຽວກັນນັ້ນ, ກໍໄດ້ຈັດກອງປະຊຸມທີ່ສະພາປະຊາຊົນແຂວງຄຳມ່ວນ, ໂດຍການກ່າວຕ້ອນຮັບ ແລະເຂົ້າຮ່ວມເຮັດວຽກ ຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີຮອງປະທານກຳມາທິການສະພາແຫ່ງຊາດ, ຮອງປະທານສະພາປະຊາຊົນຂັ້ນແຂວງ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຫົວໜ້າກົມ, ກອງບັນຊາການ ປກຊ ແລະ ປກສ ແຂວງ, ບັນດາພະແນກການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ.
 ໃນວາລະດຳເນີນກອງປະຊຸມທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ກ່າວຕ້ອນຮັບ ແລະ ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງຄຳມ່ວນ; ຈາກນັ້ນ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ປະທານກອງປະຊຸມ, ໄດ້ມີຄຳເຫັນເຈາະຈີ້ມ, ໃຫ້ທິດຊີ້ນຳຕໍ່ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງທີ່ຈະລາຍງານກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ, ບັນດາສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ສະພາບການຄຸ້ມຄອງໂຄງການຊ່ວຍເຫຼືອລ້າເພື່ອການພັດທະນາ (ODA) ກໍ່ຄືໂຄງການລົງທຶນຂອງ ສສ. ຫວຽດນາມ, ຂອງ ສປ. ຈີນ ຢູ່ເຂດຈຸດສຸມພັດທະນາ, ຫ່າງໄກສອກຫຼີກ ແລະ ບໍລິເວນຊາຍແດນ; ກອງປະຊຸມໄດ້ຮັບຟັງການລາຍງານຈາກ 6 ພາກສວ່ນ ຄື: ພະແນການຕ່າງປະເທດແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການເງິນແຂວງ, ພະແນກພະລັງງານ ແລະບໍ່ແຮ່ແຂວງ, ກອງບັນຊາການທະຫານແຂວງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ; ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ແລະ ຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານຜ່ານມາ, ພ້ອມນັ້ນ, ກໍໄດ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນ ແລະ ໃຫ້ຂໍ້ມູນ ເພື່ອຊອກໃຫ້ເຫັນດ້ານດີທີ່ຄວນເສີມຂະຫຍາຍ, ຊຸກຍູ້ສົ່ງເສີມ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງຊອກຫາວິທີການແກ້ໄຂ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແນໃສ່ເຮັດໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ ທັງເປັນຂໍ້ມູນພື້ນຖານໃຫ້ແກ່ການຄົ້ນຄວ້າລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ເປັນຂໍ້ມູນສໍາຄັນກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ໃນຕອນບ່າຍ, ຄະນະຍັງໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ດ່ານທ້ອງຖິ່ນ, ດ່ານສາກົນຂົວມິດຕະພາບ 3 ທ່າແຂກ-ນະຄອນພະນົມ ແລະ ຢ້ຽມຢາມເບິ່ງໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນເຂດພຣະທາດສີໂຄດຕະບອງ.