ຮອງປະທານສະພາແຫ່ງຊາດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງກອງພັນ 605

ທ.ວ. 29, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນວັນທີ 28 ທັນວາ 2023 ທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ ຢ້ຽມຢາມພົບປະ, ໂອ້ລົມພະນັກງານຫຼັກແຫຼ່ງກອງພັນປືນໃຫຍ່ໜ້າດິນເອກະລາດ 605 ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ທີ່ໃກ້ຈະມາເຖິງ ຕິດພັນ ກັບການເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາ ປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ໂດຍມີທ່ານ ບຸນທາມ ພຸດທະວົງ ຮອງປະທານສະພາປະຊາຊົນນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະນະ ເຂົ້າຮ່ວມຕິດຕາມ.
ທ່ານ ພັອ. ປະເສີດ ທ່ຽງທຳ ເລຂາຄະນະພັກກອງບັນຊາການ, ຫົວໜ້າການທະຫານກອງພັນປືນໃຫຍ່ໜ້າ ດິນເອກະລາດ 605 ໄດ້ລາຍງານຫຍໍ້ກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວຂອງກອງພັນໃຫຍ່ດັ່ງກ່າວ ແລະ ຜົນ ງານການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງກົມກອງໃນໄລຍະຜ່ານມາ ເຊິ່ງທ່ານໃຫ້ຮູ້ວ່າ: ​ກອງພັນປືນໃຫຍ່ໜ້າ ດິນ 605 ແມ່ນມີມູນເຊື້ອສືບທອດມາຈາກກອງພັນປືນໃຫຍ່ໜ້າດິນໝາຍເລກ 605 ເຊິ່ງເປັນກົມກອງທໍາອິດ ຂອງເຫຼົ່າຮົບປືນໃຫຍ່ໜ້າດິນ ກອງທັບປົດປ່ອຍປະຊາຊົນລາວໃນເມື່ອກ່ອນ ແລະ ກອງທັບປະຊາຊົນລາວໃນປັດຈຸ ບັນ, ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ທັນວາ 1954 ຢູ່ຖານທີ່ໝັ້ນແຂວງຫົວພັນ ເຊິ່ງແມ່ນສະຫາຍ ພົມມາ ດວງມາລາ ເປັນຫົວໜ້າການທະຫານ ແລະສະຫາຍ ສີພອນ ຜາລີຂັນ ເປັນຫົວໜ້າການເມືອງ; ການຈັດຕັ້ງເບື້ອງ ຕົ້ນປະກອບມີ 7 ກອງຮ້ອຍ ໃນນັ້ນ 3 ກອງຮ້ອຍປະກອບອາວຸດປືນໃຫຍ່ແບກຫາບ ເຊິ່ງສ່ວນຫຼາຍແມ່ນຍຶດໄດ້ ຈາກສັດຕູ ເຊັ່ນ: ປືນຄົກ 81 ມມ, ເດກາ 57 ມມ ແລະ 12,7 ມມ, ແລະ 4 ກອງຮ້ອຍ ຮັບໜ້າທີ່ເປັນກອງລຳລຽງ ຂົນສົ່ງອາວຸດ-ກະສູນໃຫ້ສະໜາມຮົບໃນແຕ່ລະທິດ. ພາຍຫຼັງໄດ້ຮັບການສ້າງຕັ້ງ ກົມກອງກໍໄດ້ຄຽງບ່າຄຽງໄຫຼ່ ພ້ອມກັບບັນດາກົມກອງເພື່ອນ ກໍຄືເຫຼົ່າຮົບອື່ນໆ ປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດປະຕິວັດທີ່ລະອິດລະອ້ຽວ, ຂ້ຽວຂາດ ແລະ ເຕັມໄປດ້ວຍຄວາມເສຍສະຫຼະເລືອດເນື້ອຂອງພະນັກງານ, ນັກຮົບໃນແຕ່ລະໄລຍະຂອງການປະ ຕິວັດ; ກົມກອງໄດ້ເຂົ້າຮ່ວມເປັນກໍາລັງໄຟຊ່ວຍໜູນຕົ້ນຕໍຂອງຫຼາຍບັ້ນຮົບ, ບັ້ນຕີສໍາຄັນທີ່ມີຄວາມໝາຍຕັດສິນ ທາງດ້ານຍຸດທະວິທີ, ຍຸດທະບັ້ນຮົບ ແລະ ຍຸດທະສາດ; ໃນໄລຍະປະຕິວັດພາລະກິດຕໍ່ສູ້ປົດປ່ອຍຊາດ, ກົມກອງ ທັງເຮັດໜ້າທີ່ສູ້ຮົບທັງປັບປຸງກໍ່ສ້າງກຳລັງທາງດ້ານການຈັດຕັ້ງ ແລະ ການປະກອບພາຫະນະ-ອາວຸດ ຈາກອາວຸດ ປືນໃຫຍ່ແບກຫາບ ກ້າວໄປເຖິງການປະກອບອາວຸດປືນໃຫຍ່ໜ້າດິນທີ່ທັນສະໄໝເປັນກ້າວໆມາ ສາມາດເຮັດສຳ ເລັດໜ້າທີ່ການເມືອງຂອງຕົນ ແລະ ຍາດໄດ້ຜົນງານ, ໄຊຊະນະອັນໃຫຍ່ຫຼວງ ປະກອບສ່ວນເຂົ້າໃນໄຊຊະນະ ລວມຂອງຊາດ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການເຮັດສຳເລັດໜ້າທີ່ການເມືອງໃນໄລຍະໃໝ່ ຄື: ປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດ ໄດ້ຕົກລົງປະກາດສ້າງຕັ້ງກອງພັນໃຫຍ່ ປືນໃຫຍ່ໜ້າດິນ 605 ເອກະລາດ ຂຶ້ນຢ່າງເປັນທາງການ ໃນວັນທີ 26 ສິງຫາ 1985; ຕະຫຼອດໄລຍະ 69 ປີ (1954-2023) ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂອງກົມກອງ ສາມາດຍາດໄດ້ຜົນງານ ແລະ ໄຊຊະນະອັນໃຫຍ່ ຫຼວງ ປະກອບສ່ວນໃນຜົນສຳເລັດ ແລະ ໄຊຊະນະລວມຂອງຊາດ ສະແດງອອກຄື: ເຄື່ອນໄຫວສູ້ຮົບນ້ອຍ ແລະ ໃຫຍ່ 833 ຄັ້ງ, ປັດເຂ່ຍສັດຕູອອກຈາກວົງສູ້ຮົບ 652 ບັກ, ທຳລາຍເຮືອນ ແລະ ສາງຄັງ 200 ຫຼັງ, ທຳລາຍປືນ ໃຫຍ່ຊະນິດຕ່າງໆຂອງສັດຕູ 58 ກະບອກ, ທຳລາຍສະໜາມປືນໃຫຍ່ຂອງສັດຕູ 10 ແຫ່ງ, ທຳລາຍສະຖານີເຣ ດາຂອງສັດຕູ 1 ແຫ່ງ ແລະ ອື່ນໆ. ຕໍ່ກັບຜົນງານດັ່ງກ່າວນັ້ນ, ພັກ-ລັດຖະບານ ໄດ້ໃຫ້ການຍ້ອງຍໍສັນລະເສີນມອບ ນາມມະຍົດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຫຼຽນໄຊ ແລະ ໃບຍ້ອງຍໍປະເພດຕ່າງໆໃຫ້ກົມກອງລວມໝູ່ ແລະ ບຸກຄົນດັ່ງນີ້: ໄດ້ຮັບທຸງໄຊວິລະຊົນ 4 ກົມກອງ; ນາມມະຍົດກົມກອງວິລະຊົນ 2 ກົມກອງ; ຫຼຽນໄຊອິດສະຫຼະ ຊັ້ນ I, II, III ຈຳນວນໜຶ່ງ; ຜົນງານບຸກຄົນ ໄດ້ຮັບນາມມະຍົດວິລະຊົນແຫ່ງຊາດ 3 ສະຫາຍ; ນາມມະຍົດນັກຮົບ ແຂ່ງຂັນ 18 ສະຫາຍ; ຫຼາຍສະຫາຍໄດ້ຮັບຫຼຽນໄຊ ແລະ ໃບຍ້ອງຍໍປະເພດຕ່າງໆອີກຈໍານວນໜຶ່ງ.
ທ່ານ ພັອ. ປະເສີດ ທ່ຽງທຳ ໃຫ້ຮູ້ອີກວ່າ: ປັດຈຸບັນພວມເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກ ເວົ້າລວມ, ເວົ້າສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນ ປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່, 26 ແຜນງານ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກອງພັນໃຫຍ່ ວາງອອກໃຫ້ເປັນຮູບປະທໍາຄື: ໜ້າທີ່ເຮັດໃຫ້ສະພາບມີຄວາມສະຫງົບ: ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງກໍາລັງລົງສົມ ທົບອໍານາດການປົກຄອງທ້ອງຖິ່ນຂອບເຂດກົມກອງຮັບຜິດຊອບ ເພື່ອກຳແໜ້ນສະພາບການຮອບດ້ານ ແລະ ພ້ອມກັນສະກັດກັ້ນ ແລະ ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆ, ສາມາດຮັກສາຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍດີພໍສົມຄວນ; ເອົາໃຈໃສ່ຈັດຕັ້ງປະຕິບັດລະບອບປະຈຳການກຽມພ້ອມສູ້ຮົບຢ່າງເຂັ້ມງວດ ແລະ ເປັນປົກກະຕິ; ປະສານແໜ້ນກັບອຳນາດການປົກຄອງທ້ອງຖິ່ນບ້ານ, ກຸ່ມບ້ານຂອບເຂດຮັບຜິດຊອບ ໃນການສ້າງ ແຜນການປ້ອງກັນ ແລະ ກອບກູ້ໄພພິບັດປະຈຳປີຢ່າງປົກກະຕິ ເພື່ອເປັນເຈົ້າການປ້ອງກັນ, ສະກັດກັ້ນ ແລະ ແກ້ ໄຂທັນເວລາ; ຈັດຕັ້ງນໍາໃຊ້ກໍາລັງເຂົ້າຮ່ວມປ້ອງກັນກອງປະຊຸມສາກົນທີ່ລາວເຮົາເປັນເຈົ້າພາບ ແລະ ວັນສຳຄັນຕ່າງ ໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາມາດຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມຂອບເຂດກົມກອງຮັບຜິດຊອບ ໄດ້ 100%. ໜ້າທີ່ປັບປຸງກໍ່ສ້າງກໍາລັງ: ເອົາໃຈໃສ່ເຮັດວຽກງານສຶກສາອົບ ຮົມການເມືອງນໍາພາແນວຄິດໃຫ້ພະນັກງານ, ນັກຮົບເປັນປົກກະຕິ ເຮັດໃຫ້ພະນັກງານ, ນັກຮົບມີແນວຄິດອຸ່ນ ອຽນທຸ່ນທ່ຽງ, ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍເປັນຢ່າງດີ; ເອົາໃຈໃສ່ວຽກງານປັບ ປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນທຸກດ້ານ, ເອົາໃຈໃສ່ສ້າງກົມກອງ 3 ປອດ (ປອດໃສ, ປອດໄພ ແລະ ປອດຄະດີ) ໄປຄຽງຄູ່ກັບການສ້າງກົມກອງວັດທະນະທຳ; ເອົາໃຈໃສ່ກໍ່ສ້າງພະນັກງານ 3 ຮຸ່ນ ເພື່ອຮັບປະກັນການສືບທອດ, ປ່ຽນແທນໄດ້ຢ່າງຕໍ່ເນື່ອງ ໂດຍເອົາການກໍ່ສ້າງກັບທີ່ເປັນຕົ້ນຕໍ ແລະ ສົ່ງໄປກໍ່ ສ້າງຢູ່ບັນດາສະຖາບັນຂອງກອງທັບທັງພາຍໃນ ແລະ ຕ່າງປະເທດ ຕາມການແບ່ງປັນຕົວເລກຂອງຂັ້ນເທິງໃນແຕ່ ລະປີ; ເອົາໃຈໃສ່ຈັດຕັ້ງປະຕິບັດແຜນການອົບຮົມຫັດແອບການເມືອງ, ການທະຫານ, ພາລາທິການ ແລະ ເຕັກນິກ ປະຈຳປີໄດ້ເປັນປົກກະຕິ ແລະ ມີຜົນສຳເລັດດີພໍສົມຄວນ ພົ້ນເດັ່ນແມ່ນການຫັດແອບປະສານການນຳໃຊ້ໂດຼນ ສືບສັງເກດເປົ້າໝາຍ ແລະ ແປງຍິງທຳລາຍເປົ້າໝາຍ, ການຫັດແອບຍິງເປົ້າໝາຍກາງຄືນ ເຊິ່ງສາມາດຍົກສູງຄຸນນະ ພາບວຽກງານກຽມພ້ອມສູ້ຮົບຂອງກົມກອງດີຂຶ້ນເປັນກ້າວໆ; ໃນໄລະຍະຜ່ານມາກົມ ກອງຍັງໄດ້ເຂົ້າຮ່ວມສວນ ສະໜາມສະແດງກຳລັງ ແລະ ຊ້ອມຮົບປະສານເຫຼົ່າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 40 ປີ, 45 ປີ ແລະ ວັນສ້າງຕັ້ງກອງທັບຄົບຮອບ 60 ປີ, 65 ປີ ແລະ 70 ປີ ດ້ວຍຜົນສໍາເລັດຢ່າງຈົບ ງາມ; ໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 75 ປີ ທີ່ຈະມາເຖິງນີ້, ກົມກອງພວກເຮົາໄດ້ກະກຽມ 1 ກອງຮ້ອຍ ເບແອັມ-21 ເຂົ້າຮ່ວມຊ້ອມຮົບສະແດງກໍາລັງຕາມແຜນການຂອງຂັ້ນເທິງ. ໜ້າທີ່ວຽກງານພາລາທິ ການ ແລະ ເຕັກນິກ: ນອກຈາກເອົາໃຈໃສ່ວຽກງານຄຸ້ມຄອງການຮັບ ແລະ ເບີກຈ່າຍລະບອບອັດຕາທີ່ຂັ້ນເທິງສະ ໜອງໃຫ້ຢ່າງຖືກຕ້ອງແລ້ວ, ຍັງໄດ້ຊຸກຍູ້ວຽກງານເພີ່ມພູນຜະລິດຜົນແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີ ຂຶ້ນເປັນກ້າວໆ ຕາມທິດ 4 ປູກ 4 ລ້ຽງ ຂອງກົມໃຫຍ່ພາລາທິການວາງອອກ ພົ້ນເດັ່ນແມ່ນການບຸກເບີກເນື້ອທີ່ຢູ່ ສູນຜະລິດຂອງກອງພັນໃຫຍ່ຢູ່ບ້ານປາກງວ້າ ເມືອງເຟືອງ ແຂວງວຽງຈັນ; ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງເຄຫາ ສະຖານ, ຄ້າຍຄູຢ່າງເປັນລະບົບ ແລະ ແໜ້ນໜາຖາວອນ ໂດຍການສົມທົບທຶນຂອງຂັ້ນເທິງ ແລະ ກົມກອງກຸ້ມ ຕົນເອງຈຳນວນໜຶ່ງ; ເອົາໃຈໃສ່ວຽກງານຄຸ້ມຄອງ, ນຳໃຊ້ ແລະ ບົວລະບັດຜັດເຊັດພາຫະນະ, ອາວຸດ-ລູກກະສູນ ແລະ ອຸປະກອນການທະຫານ ຖືກຕ້ອງຕາມຫຼັກການ ໂດຍສະເພາະການຈັດຕັ້ງປະຕິບັດວັນເຕັກນິກໄດ້ເປັນປົກ ກະຕິ ສາມາດຮັບປະກັນໃຫ້ແກ່ວຽກງານອົບຮົມຫັດແອບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບ ຂອງກົມກອງໃນສະເພາະ ໜ້າ ແລະ ຍາວນານ.
ຈາກນັ້ນ, ທ່ານ ບຸນທາມ ພຸດທະວົງ ໄດ້ຂຶ້ນເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ເຊິ່ງໄດ້ຍົກໃຫ້ເຫັນເນື້ອໃນຜົນສຳເລັດຂອງກອງປະຊຸມໃນ ການຕົກລົງບັນຫາສຳຄັນຕ່າງໆພາຍໃນນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງ ກອງພັນທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ທັງມີຄຳເຫັນໂອ້ລົມຕໍ່ພະນັກງານຫຼັກແຫຼ່ງກອງພັນປືນໃຫຍ່ໜ້າ ດິນເອກະລາດ 605 ເຊິ່ງໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນ ໂດຍສະເພາະແມ່ນການຮັກສາມູນເຊື້ອອັນດີງາມ ແລະ ສືບຕໍ່ນຳພາ-ຊີ້ນຳພະນັກງານ, ນາຍ ແລະ ພົນທະຫານ ສ້າງຜົນງານນັບມື້ດີຂຶ້ນເລື້ອຍໆ; ປະຕິບັດໜ້າທີ່ວຽກງານວິ ຊາສະເພາະທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ອື່ນໆ. ພ້ອມດຽວກັນນີ້, ທ່ານຍັງໄດ້ຍົກໃຫ້ ເຫັນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ເປີດໂອກາດໃຫ້ຜູ້ ເຂົ້າຮ່ວມ ແລະ ສະມາຊິກສະພາແຫ່ງຊາດ ໄດ້ຖາມ-ຕອບຂໍ້ຂ້ອງໃຈ ແລະ ຂໍ້ສະເໜີຕ່າງໆຢ່າງກົງໄປກົງມາອີກ ດ້ວຍ.
ຫຼັງຈາກນັ້ນ, ຄະນະໄດ້ຢ້ຽມຊົມການຫັດແອບຕັ້ງ-ກູ້ປືນ ຢູ່ສະຖານທີ່ຄ້າຍຄູຕື່ມອີກ.
(ພາບ ແລະ ຂ່າວ: ນາງ ໄຊໂສພາພອນ ມິ່ງມຸງຄຸນ)