(ສພຊ) – ວັນທີ 21 ມິຖຸນາຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມພິທີເປີດ ແລະ ກ່າວຄໍາປາໄສໃນກອງປະຊຸມເວທີຄູ່ຮ່ວມມືເສດຖະກິດຮອບດ້ານ (RCEP) 2024 ທີ່ເມືອງຫວາງຊານ ແຂວງອານຮຸຍ ສປຈີນ. ໃນກອງປະຊຸມດັ່ງກ່າວ, ທ່ານໄດ້ມີຄຳເຫັນກ່ຽວກັບການຮ່ວມມືລະຫວ່າງລັດຖະບານທ້ອງຖິ່ນບັນດາປະເທດ ແລະ ບັນດາຕົວເມືອງມິດຕະພາບ ເຊິ່ງໄດ້ເນັ້ນເຖິງຄວາມສໍາຄັນຂອງກອງປະຊຸມຄັ້ງນີ້ ເປັນການຊຸກຍູ້ການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ RCEP ໃຫ້ມີຄຸນນະພາບສູງ, ຊຸກຍູ້ການເພີ່ມທະວີຄວາມເຂົ້າອົກເຂົ້າໃຈຕໍ່ບັນດາທ້ອງຖິ່ນຂອງບັນດາປະເທດສະມາຊິກ RCEP, ຄົ້ນຄວ້າກາລະໂອກາດໃນການດຳເນີນທຸລະກິດ, ຊອກຫາຄູ່ຮ່ວມມືທີ່ດີ, ຊຸກຍູ້ການພົວພັນຮ່ວມມືຢ່າງເລິກເຊິ່ງ ແລະ ກວ້າງ ຂວາງ ໃຫ້ບັນລຸໄດ້ໝາກຜົນໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດໃນພາກພື້ນ RCEP ໂດຍສະ ເພາະ ສປປລາວ ກໍໄດ້ຮັບຜົນປະໂຫຍດໃນຖານະທີ່ເປັນສະມາຊິກ ແລະ ໄດ້ຮັບຜົນປະໂຫຍດໃນການຈັດຕັ້ງປະຕິບັດສັນຍາໃນຂອບນີ້ຈຳນວນໜຶ່ງ. ນອກນັ້ນ, ທ່ານຍັງໄດ້ມີຄໍາເຫັນກ່ຽວກັບການຮ່ວມມືລະຫວ່າງ ສປປລາວ ກັບ ສປຈີນ ໃນໄລຍະຜ່ານມາ ທີ່ໄດ້ມີການພົວພັນກັນນັບມື້ນັບເລິກເຊິ່ງ ຕາມທິດ 4 ດີ (ເພື່ອນທີ່ດີ, ສະຫາຍທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ສປປລາວ ຍາມໃດກໍສະໜັບສະໜູນນະໂຍບາຍຈີນດຽວ, ສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມຂໍ້ລິເລີ່ມຂອງສະຫາຍ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປຈີນ ກ່ຽວກັບໜຶ່ງແລວທາງໜຶ່ງເສັ້ນທາງ, ການພັດທະນາໂລກ, ຄວາມໝັ້ນຄົງໂລກ ແລະ ອະລິຍະທໍາໂລກ; ພິເສດແມ່ນໄດ້ມີການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເຊິ່ງສອງປະເທດໄດ້ມີການຮ່ວມມືທາງດ້ານການພັດທະນາຊັບພະຍາ ກອນມະນຸດ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃນນັ້ນ, ລັດຖະບານຂອງສອງປະ ເທດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການເສັ້ນທາງລົດໄຟ ລາວ-ຈີນ, ໂຄງການເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເຂດພັດທະນາກວມລວມໄຊເສດຖາ, ໂຄງການປັບປຸງໂຮງໝໍມະໂຫສົດ, ໂຄງການຊ່ວຍເຫຼືອແກ້ໄຂຄວາມທຸກຍາກຢູ່ທ້ອງ ຖິ່ນຂອງ ສປປລາວ ເຊິ່ງພວມນໍາເອົາຜົນສໍາເລັດ ແລະ ຜົນປະໂຫຍດມາສູ່ປະຊາຊົນລາວ ໂດຍສະເພາະເປັນການປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ. ສໍາລັບການພົວພັນຢູ່ຂັ້ນທ້ອງຖິ່ນໃນໄລຍະຜ່ານມາ ກໍນັບມື້ນັບເລິກເຊິ່ງ ຫຼາຍແຂວງໄດ້ມີການແຮກສ່ຽວກັບແຂວງຂອງ ສປຈີນ, ສະເພາະແຂວງອານຮຸຍ ກໍໄດ້ມີການເຊັນບົດບັນທຶກການພົວພັນຮ່ວມມືກັບແຂວງອັດຕະປື ແລະ ຜ່ານມາກໍໄດ້ມີບໍລິສັດຈາກແຂວງອານຮຸຍຈໍານວນໜຶ່ງ ເຂົ້າໄປລົງທຶນ ຢູ່ ສປປລາວ ຈຶ່ງໄດ້ສະເໜີໃຫ້ມີການຮ່ວມມືກັບແຂວງອື່ນໆຂອງ ສປປລາວ ເພີ່ມຕື່ມ ເພື່ອໃຫ້ບັນດາບໍລິ ສັດຂອງ ສປຈີນ ທີ່ມີຄວາມສາມາດ ແລະ ມີຄວາມສົນໃຈ ເຂົ້າມາລົງທຶນຢູ່ ສປປລາວ ຫຼາຍຂຶ້ນ.

ນອກຈາກເຂົ້າຮ່ວມກອງປະຊຸມ ແລະ ກ່າວປາໄສແລ້ວ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະໂອ້ລົມກັບທ່ານກົງສຸນໃຫຍ່ປະຈຳກວາງໂຈ ແລະ ໄປຢ້ຽມຢາມ, ພົບປະໂອ້ລົມພະນັກງານສະຖານກົງສຸນໃຫຍ່ປະຈຳນະ ຄອນຊຽງໄຮ, ຢ້ຽມຊົມຫໍພິພິທະພັນປະຫວັດສາດ ແລະ ພິພິທະພັນຊາ ເຊັຍຫຼົງຕ້າ ຂອງເມືອງຫວາງຊານ ແລະ ສະ ຖານທີ່ທ່ອງທ່ຽວທີ່ມີຊື່ສຽງຈຳນວນໜຶ່ງຂອງແຂວງອານຮຸຍອີກດ້ວຍ.