ຮອງປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດກູບາ

​ກ.ກ. 27, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 25 ກໍລະກົດຜ່ານມາ, ສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ເຈຣາຣ໌ໂດ ເປຢາລເບຣ໌ ພໍຣ໌ທັລ (Gerardo Peñalver Portal) ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ແຫ່ງ ສ.ກູບາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປລາວ ແລະ ບັນດາປະເທດໃນຂົງເຂດອາຊີ.
ສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຂອງຄະນະໃນຄັ້ງນີ້ ເຊິ່ງເປັນການເພີ່ມທະວີການພົວພັນ, ຊຸກຍູ້ການຮ່ວມມື ແລະ ການແລກປ່ຽນຄະນະຜູ້ແທນລະຫວ່າງສອງປະເທດ ໃຫ້ມີຄວາມແໜ້ນແຟ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ; ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງປະຊາຊົນກູບາອ້າຍນ້ອງຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະຜ່ານມາ ພາຍໃຕ້ການນໍາພາອັນກ້າແກ່ນ ແລະ ໜັກແໜ້ນຂອງພັກກອມມູນິດກູບາ ເຖິງແມ່ນວ່າຈະຖືກປິດລ້ອມມາເປັນເວລາກວ່າ 6 ທົດສະວັດ, ແຕ່ ສ.ກູບາ ຍັງສືບຕໍ່ມີການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງ, ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງນັບມື້ດີຂຶ້ນ ອັນ​ເຮັດ​ໃຫ້​ບົດບາດ​ ແລະ ອິດ​ທິ​ພົນຂອງກູບາ ໄດ້ຮັບການເຊີດຊູໃຫ້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ການເຄື່ອນໄຫວຂອງສະມາຄົມມິດຕະພາບ ລາວ-ກູບາ ເຊິ່ງໄດ້ເຄື່ອນໄຫວກິດຈະກໍາຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສ.ກູບາ ປະຈໍາ ສປປລາວ ໃນໂອກາດວັນສໍາຄັນຕ່າງໆ ຂອງສອງພັກ, ສອງຊາດ ຢ່າງປົກກະຕິ ເປັນຕົ້ນ: ຈັດພິທີປາຖະກະຖາສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງການສ້າງສາຍພົວພັນການທູດ ລະຫວ່າງ ສປປລາວ ແລະ ສ.ກູບາ (4/11/1974-4/11/2024) ທີ່ແຂວງຫົວພັນ, ນອກນັ້ນ ໄດ້ມີການແຂ່ງຂັນຂຽນບົດຄວາມ ແລະ ກິດຈະກໍາຕ່າງໆ ທີ່ມີຫົວຂໍ້ກ່ຽວກັບຊີວິດ ແລະ ຜົນງານການເຄື່ອນໄຫວເຮັດວຽກຂອງສະຫາຍ ໂຮເຊ ມາຣ໌ຕິ (José Martí) ທີ່ໂຮງຮຽນມັດທະຍົມສົມບູນ ມິດຕະພາບ ລາວ-ກູບາ ດົງບັງ ແລະ ມະຫາວິຍາໄລແຫ່ງຊາດ; ໃນຕົ້ນເດືອນພະຈິກ 2024 ຜ່ານມາ, ສະມາຄົມມິດຕະພາບ ລາວ-ກູບາ ກໍໄດ້ຕ້ອນຮັບ ແລະ ຕິດຕາມຢ່າງໃກ້ຊິດ ໃນການເຄື່ອນໄຫວຂອງສະຫາຍ ເອສເຕບານ ລາໂຊ ເຮີນານເດສ (Esteban Lazo Hernández) ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດອໍານາດປະຊາຊົນກູບາ ພ້ອມດ້ວຍຄະນະ ໃນການຢ້ຽມຢາມ ສປປລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມການສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງການສ້າງສາຍພົວພັນການທູດ ລະຫວ່າງ ສປປລາວ ແລະ ສ.ກູບາ.
ສະຫາຍ ເຈຣາຣ໌ໂດ ເປຢາລເບຣ໌ ພໍຣ໌ທັລ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະກັບຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປລາວ ແລະ ການເຂົ້າຢ້ຽມຂ່ຳນັບຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ພ້ອມທັງຕີລາຄາສູງ ແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ປະຊາຊົນລາວຍາດມາໄດ້ ພາຍໃຕ້ການນໍາພາຂອງພັກ ປປລາວ ເຊິ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ ແລະ ໄດ້ຍົກສູງບົດບາດຂອງ ສປປລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຈົງປະສົບຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ປາກົດຜົນເປັນຈິງ.
ສອງຝ່າຍມີຄວາມພາກພູມໃຈ ເຖິງວ່າໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງວ່ອງໄວ ແລະ ສັບສົນ ແຕ່ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫ່ວາງສອງພັກ, ​ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຮອບດ້ານ ແລະ ເຂົ້າສູ່ລວງເລິກ ເປັນຕົ້ນແມ່ນການພົວພັນຮ່ວມມືດ້ານການເມືອງ, ດ້ານການສຶກສາ-ກິລາ, ສາທາລະນະສຸກ, ກະສິກໍາ ແລະ ອື່ນໆ ເຊິ່ງໄດ້ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ.