ຮອງປະທານສະພາແຫ່ງຊາດ ຕ້ອນຮັບການຢ້ຽມຂ່ຳນັບຂອງປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ, ວຸດທິສະພາໄທ

​ກ.ກ. 4, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ມີມາແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ລາວ-ໄທ ກໍຄືສອງອົງການນິຕິບັນຍັດ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ; ວັນທີ 1 ກໍລະກົດນີ້ ທີ່ສະພາແຫ່ງຊາດ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ພົນຕຳຫຼວດໂທ ບຸນຈັນ ນວນສາຍ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ ຂອງວຸດທິສະພາ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ສະແດງຄວາມຍິນດີທີ່ໄດ້ຕ້ອນຮັບຄະນະ ແລະ ຕີລາຄາສູງຕໍ່ຜົນການພົບປະເຮັດວຽກລະຫວ່າງກໍາມາທິການຍຸຕິທໍາ ຂອງສະພາແຫ່ງຊາດລາວ ແລະ ກໍາມາທິການກົດໝາຍ ແລະ ຍຸຕິທໍາ ຂອງວຸດທິສະພາໄທ ແລະ ກະຊວງທີ່ກ່ຽວຂ້ອງຂອງຝ່າຍລາວ ເຊິ່ງໄດ້ທົບທວນຕີລາຄາຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ, ແລກປ່ຽນບົດຮຽນ ແລະ ປະສົບການໃນການປະຕິບັດໜ້າທີ່ວຽກງານ ແລະ ການຮ່ວມມືດ້ານນິຕິບັນຍັດ; ພ້ອມນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ແຈ້ງສະພາບການພົ້ນເດັ່ນຂອງປະເທດ, ສະພາແຫ່ງຊາດ ແລະ ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັດຍັດ.
ທ່ານ ພົນຕຳຫຼວດໂທ ບຸນຈັນ ນວນສາຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງຜົນສຳເລັດໃນການພົບປະເຮັດວຽກກັບກຳມາທິການຍຸຕິທຳຂອງສະພາແຫ່ງຊາດລາວ, ທັງເຫັນດີສືບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຂອງສອງອົງການນິຕິບັນຍັດໃນຕໍ່ໜ້າ ດ້ວຍການແລກປ່ຽນຄະນະຜູ້ແທນໄປມາຫາສູ່ກັນຢ່າງປົກກະຕິ ເພື່ອແລກປ່ຽນບົດຮຽນນຳກັນ.
ກ່ອນໜ້ານີ້, ທ່ານ ພົນຕຳຫຼວດໂທ ບຸນຈັນ ນວນສາຍ ຍັງໄດ້ພົບປະສອງຝ່າຍກັບທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທໍາ ເພື່ອປຶກສາຫາລືການພົວພັນຮ່ວມມືລະຫວ່າງສອງກໍາມາທິການ ເຊິ່ງທັງສອງຝ່າຍໄດ້ເຫັນດີສືບຕໍ່ພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ ເປັນປົກກະຕິ ໂດຍຜ່ານການທັດສະນະສຶກສາ, ຈັດປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ກ່ຽວກັບການປະຕິບັດພາລະບົດບາດຂອງສອງກໍາມາທິການນຳກັນ ແລະ ໃນຫົວຂໍ້ຕ່າງໆທີ່ສອງຝ່າຍມີຄວາມສົນໃຈ, ແລກປ່ຽນບົດຮຽນໃນການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ, ວິຊາການທີ່ສັງກັດກໍາມາທິການກົດໝາຍ ແລະ ຍຸຕິທໍາ ໃນຫົວຂໍ້ຕ່າງໆທີ່ພົວພັນກັບວຽກງານສ້າງ, ປັບປຸງກົດໝາຍ ແລະ ວຽກງານຍຸຕິທໍາ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະໃຫ້ກັນແລະກັນ ແລະ ສືບຕໍ່ຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນ ໃນການເຄື່ອນໄຫວໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ລັດຖະສະພາ ແຫ່ງ ລາຊະອານາຈັກໄທ ທີ່ໄດ້ລົງນາມຮ່ວມກັນໃນວັນທີ 31 ຕຸລາ 2022 ທີ່ກຸງເທບມະຫານະຄອນ, ລາຊະອານາຈັກໄທ ທັງເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ທີ່ມີຄວາມຜູກພັນກັນມາແຕ່ບູຮານນະການ ໃຫ້ຈະເລີນງອກງາມ ແລະ ແໜ້ນແຟ້ນຍິ່ງຂຶ້ນ.