ຮອງປະທານສະພາແຫ່ງຊາດ ​ຕ້ອນຮັບເອກອັກຄະລັດຖະທູດແຫ່ງ ສ.ເກົາຫຼີ ປະຈໍາລາວ

ກ.ຍ. 5, 2025

(ສພຊ) – ວັນທີ 3 ກັນຍາຜ່ານມາ ທີ່ສະພາແຫ່ງຊາດ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຈຸງ ຢຸງ ຊູ ເອກອັກຄະລັດຖະທູດແຫ່ງ ສ.ເກົາຫຼີ ປະຈໍາ ສປປລາວ.
ໃນການພົບປະ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມດີໃຈທີ່ໄດ້ມີໂອກາດພົບປະກັບທ່ານເອກອັກຄະລັດຖະທູດແຫ່ງ ສ.ເກົາຫຼີ ປະຈໍາ ສປປລາວ ແລະ ໄດ້ຕີລາຄາສູງຕໍ່ການພົວພັນລະຫວ່າງ 2 ປະເທດ ກໍຄືລະຫວ່າງ 2 ອົງການນິຕິບັນຍັດ. ທ່ານເອກອັກຄະລັດຖະທູດແຫ່ງ ສ.ເກົາຫຼີ ໄດ້ມີຄວາມສົນໃຈກ່ຽວກັບການປັບປຸງລັດຖະທຳມະນູນ ສະບັບປີ 2025 ຂອງສະພາແຫ່ງຊາດລາວ ເຊິ່ງທ່ານຮອງປະທານສະພາແຫ່ງຊາດ ກໍໄດ້ແຈ້ງກ່ຽວກັບເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງລັດຖະທຳມະນູນ ລວມທັງການປັບປຸງບັນດາເນື້ອໃນຕົ້ນຕໍຂອງລັດຖະທຳມະນູນສະບັບດັ່ງກ່າວ ແລະ ໄດ້ມີການສົນທະນາຮ່ວມກັນຢ່າງກົງໄປກົງມາ; ນອກນັ້ນ, ເອກອັກຄະລັດຖະທູດ ຍັງໄດ້ແຈ້ງກ່ຽວກັບນະໂຍບາຍການຕ່າງປະເທດຂອງລັດຖະບານໃໝ່ ສ.ເກົາຫຼີ ໃຫ້ຝ່າຍລາວຊາບ.
(ນາງ ອາລິນ ສຸພິມມະປະດິດ)