ຮອງປະທານສະພາແຫ່ງຊາດ ຊຸກຍູ້ວຽກງານຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

ສ.ຫ. 3, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 30 ກໍລະກົດຜ່ານມາ, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ (ສພຊ) ພ້ອມດ້ວຍບັນດາທ່ານປະທານ, ຮອງປະທານກໍາມາທິການ ແລະ ພະນັກງານຈາກກົມທີ່ກ່ຽວຂ້ອງພາຍໃນ ສພຊ ໄດ້ເຄື່ອນໄຫວວຽກງານຢູ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໂດຍການຕ້ອນຮັບຈາກທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຄະນະກົມ, ຄະນະພະແນກພາຍໃນກະຊວງ; ຈຸດປະສົງໃນການເຄື່ອນໄຫວຄັ້ງນີ້ ແມ່ນເພື່ອຊຸກຍູ້ວຽກງານການຂຶ້ນທະບຽນອອກໃບຕາດິນ ແລະ ຊີ້ນຳການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ແລະ ການກະກຽມບັນດາເອກະສານຂອງຂະແໜງ ກສ ທີ່ກຽມຈະເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ທີ່ຈະໄຂຂຶ້ນໃນຕໍ່ໜ້າ.
ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ໄດ້ລາຍງານຫຍໍ້ວຽກງານຂຶ້ນທະບຽນອອກໃບຕາດິນ, ວຽກງານຮັບຮູ້ສິດນຳໃຊ້ທີ່ດິນຂອງປະຊາຊົນທີ່ອາໄສໃນ 3 ປະເພດປ່າ, ວຽກງານສຳຫຼວດວາງແຜນການນຳໃຊ້ທີ່ດິນກະສິກຳ, ວຽກງານຫັນເປັນທັນສະໄໝຂອງວຽກງານທີ່ດິນ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະແມ່ນຄາດໝາຍຂອງຂະແໜງກະສິກໍາ ແລະ ສິ່ງແວດລ້ອມ. ພ້ອມດຽວກັນ, ຍັງໄດ້ຮັບຟັງການລາຍງານກ່ຽວກັບຮ່າງຍຸດທະສາດມາດຕະການແກ້ໄຂ ແລະ ຄວາມຄືບໜ້າການອອກໃບຕາດິນ ຈາກບັນດາກົມກອງທີ່ກ່ຽວຂ້ອງ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ປຶກສາຫາລື, ແລກປ່ຽນຄວາມຄິດຄວາມເຫັນຢ່າງກົງໄປກົງມາ.
ທ່ານ ສົມມາດ ພົລເສນາ ໄດ້ມີທິດຊີ້ນຳເພື່ອເປັນບ່ອນອີງ ແລະ ໃຫ້ທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ; ພ້ອມກັນນັ້ນ, ຍັງໄດ້ຊີ້ນຳໃຫ້ເອົາໃຈໃສ່ບາງວຽກງານທີ່ຕິດພັນກັບມະຕິຂອງສະພາແຫ່ງຊາດ ເພື່ອໃຫ້ສາມາດບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້ ແລະ ເອົາໃຈໃສ່ການກະກຽມບັນດາເອກະສານຈຳນວນໜຶ່ງ ເຊິ່ງມີແຜນຈະໄດ້ຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 10.
(ເພຈ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ)