(ສພຊ) – ວັນທີ 12 ມີນາຜ່ານມາ ທີ່ໂຮງແຮມ ຮໍລິເດ ອິນ ນະຄອນຫຼວງວຽງຈັນ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມກໍາມາທິການວຽກງານສະມາຊິກລັດຖະສະພາ ຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (La Réunion de la Commission des Affaires Parlementaire de l’APF (CAP)) ແລະ ໄດ້ມີການກ່າວຄຳປາໄສເປີດ ໂດຍໄດ້ເນັ້ນໜັກບາງຕອນວ່າ: ກໍາມາທິການວຽກງານສະມາຊິກລັດຖະສະພາ (CAP) ຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ເຊິ່ງເປັນໜຶ່ງໃນ 4 ຄະນະກໍາມາທິການປະຈໍາຂອງ APF ທີ່ເປັນຕົວແທນແຫ່ງສິດ, ຜົນປະໂຫຍດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊາດໃນປະເທດຝຣັ່ງໂກໂຟນີ, ໄດ້ຕີລາຄາສູງຕໍ່ບົດບາດໜ້າທີ່ຂອງກໍາມາທິການໃນການພິຈາລະນາບັນຫາທີ່ກ່ຽວຂ້ອງກັບກົດໝາຍ, ຕິດຕາມກວດກາ ແລະ ປະເມີນນະໂຍບາຍສາທາລະນະ, ຄວາມຮັບຜິດຊອບວຽກງານການຈັດຕັ້ງລັດຖະສະພາ, ການຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມຕໍ່ນະໂຍບາຍຂອງສັງຄົມ, ຍົກໃຫ້ເຫັນຄວາມຈໍາເປັນໃນການເພີ່ມທະວີບົດບາດ ແລະ ໜ້າທີ່ຂອງຕົນໃນການຕິດຕາມຢ່າງໃກ້ຊິດ ເພື່ອຮັບມື ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ ພ້ອມທັງສົ່ງເສີມຂີດຄວາມສາມາດໃນການແຂ່ງຂັນໃນທຸກຂົງເຂດວຽກງານ ເພື່ອຮັບປະກັນການພັດທະນາແບບຍືນຍົງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນບັນດາປະເທດຝຣັ່ງໂກໂຟນີ ໃຫ້ມີຄວາມສົມບູນພູນສຸກຂຶ້ນເລື້ອຍໆ. ກອງປະຊຸມນີ້ ເປັນເວທີແຫ່ງການຄົ້ນຄວ້າປຶກສາຫາລື, ແລກປ່ຽນຂໍ້ມູນ, ຄໍາຄິດເຫັນຮ່ວມກັນ ເພື່ອກຽມພ້ອມຮັບມື ແລະ ປ້ອງກັນບັນຫາຕ່າງໆທີ່ອາດຈະເກີດຂຶ້ນ ເນື່ອງຈາກການຜັນແປຢ່າງວ່ອງໄວຂອງສະພາບການຂອງໂລກ ແລະ ພາກພື້ນຕ່າງໆ.
ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ຕີລາຄາການເຄື່ອນໄຫວຂອງສະພາແຫ່ງຊາດລາວ ທີ່ເຂົ້າເປັນສະມາຊິກ ແລະ ຮ່ວມເຄື່ອນໄຫວໃນອົງການສະມັດຊາລັດ ຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ນັບແຕ່ປີ 1996 ເປັນຕົ້ນມາ ໄດ້ມີການຮ່ວມມືກັບ APF ໂດຍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາ ຕາມແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ ຂອງ ສປປລາວ. ນອກຈາກນີ້, ສະພາແຫ່ງຊາດລາວ ຍັງໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ແລະ ສໍາມະນາພາຍໃຕ້ຫົວຂໍ້ຕ່າງໆໃນຂອບຂອງອົງການ APF ຈຳນວນ 5 ຄັ້ງ, ຍັງໄດ້ສົ່ງພະນັກງານທີ່ຮັບຜິດຊອບວຽກງານຝຣັ່ງໂກໂຟນີ ໄປເຂົ້າຮ່ວມເຝິກອົບຮົມ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ລັດຖະສະພາຊາວໜຸ່ມຂອງ APF ພາຍໃຕ້ໂຄງການສະໜອງທຶນການຮ່ວມມືຂອງ APF ເຊິ່່ງຖືວ່າການຊ່ວຍເຫຼືອດັ່ງກ່າວ ນໍາຜົນປະໂຫຍດຕົວຈິງໃຫ້ແກ່ພະນັກງານຂອງສະພາແຫ່ງຊາດລາວ.
ທ່ານຮອງປະທານສະພາແຫ່ງຊາດ ໄດ້ຕີລາຄາການມາເຂົ້າຮ່ວມຂອງບັນດາຜູ້ແທນຈາກປະເທດຝຣັ່ງໂກໂຟນີ ເຊິິ່ງເປັນການປະກອບສ່ວນເຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ກັບປະເທດຕ່າງໆ ແລະ ໄດ້ອວຍພອນໃຫ້ກອງປະຊຸມປະສົບຜົນສຳເລັດເປັນຢ່າງດີ.