ຮອງປະທານສະພາປະຊາຊົນແຂວງຄຳມ່ວນ ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ເຮັດວຽກຂອງຄະນະທີມງານສະຫະພາບເອີຣົບ ປະຈຳ ສປປ ລາວ

ຕ.ລ. 16, 2025

  ວັນທີ 16 ຕຸລາ 2025, ທີ່ສະພາປະຊາຊົນແຂວງຄຳມ່ວນ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ເຮັດວຽກຮ່ວມ ຂອງທ່ານ ຈ່ອງ-ກາບຼີແຢຣ ດຸສ ( Mr. Jean-Gabriel Duss ) ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ, ທ່ານ ນາງ ເວຍເລີ ສະເມັດ ( Ms. Veerle Smet ) ຫົວໜ້າຝ່າຍຮ່ວມມື ຫ້ອງການສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມຄະນະ. ຈຸດປະສົງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້, ກໍ່ເພື່ອພົບປະແລກປ່ຽນບົດຮຽນ ລະຫວ່າງ ຫ້ອງການ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ສະພາປະຊາຊົນແຂວງຄຳມ່ວນ ກ່ຽວກັບບັນດາກິດຈະກຳທີ່ສະຫະພາບເອີຣົບ ໄດ້ໃຫ້ການສະໜັບສະໜູນ ໃນໄລຍະທີ່ຜ່ານມາ ຢູ່ແຂວງຄຳມ່ວນ.
  ທ່ານ ນາງ ບັງອອນ ໄຊຍະສິດ ກ່າວໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຈ່ອງ-ກາບຼີແຢຣ ດຸສ ພ້ອມຄະນະທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້ ທ່ານ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຊ່ວຍເຫຼືອຂອງສະຫະພາບເອີຣົບ ຕໍ່ ສປປລາວ ກໍ່ຄືແຂວງຄຳມ່ວນ ໃນຫຼາຍຂົງເຂດວຽກງານ ທີ່ເຫັນວ່ານັບມື້ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງ. ທ່ານໄດ້ສະເໜີ ຫ້ອງການສະຫະພາບ ເອີຣົບປະຈຳ ສປປລາວ ສືບຕໍ່ໃຫ້ການສະໜັບສະໜູນທາງດ້ານທຶນຮອນແກ່ແຂວງຄຳມ່ວນ ກໍ່ຄືສະພາປະຊາຊົນຂັ້ນແຂວງ ໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານ-ວິຊາການ ຂອງສະພາສະພາປະຊາຊົນແຂວງຄຳມ່ວນ ໃນການຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ອື່ນໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ. ທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ ໄດ້ລາຍງານໃຫ້ຊາບກ່ຽວກັບ ການຈັດຕັ້ງປະຕິບັດໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງໂດຍສັງເຂບ.
ທ່ານ ຈ່ອງ-ກາບຼີແຢຣ ດຸສ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຈາກສະພາປະຊາຊົນແຂວງຄຳມ່ວນ, ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍໃນການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງຄຳມ່ວນໃນໄລຍະຜ່ານມາ. ນອກຈາກນີ້, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນໃນການເພີ່ມທະວີການຮ່ວມມື, ການຈັດຕັ້ງປະຕິບັດວຽກງານ ແລະ ບັນດາກິດຈະກຳຝຶກອົບຮົມ ເປັນຕົ້ນກ່ຽວກັບວຽກງານພັດທະນາຂີດຄວາມສາມາດທາງດ້ານນິຕິກຳ, ສ້າງຄວາມເຂັມແຂງໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານເພດຍິງ ແລະ ວຽກງານຄຳຮ້ອງຄວາມເປັນທຳ.