ຮອງປະທານສະພາປະຊາຊົນແຂວງຫຼວງນໍ້າທາ ເຄື່ອນໄຫວວຽກງານຢູ່ ເມືອງວຽງພູຄາ

ພ.ພ. 29, 2025 | ເຂດ 3 ຫຼວງນ້ຳ​ທາ

ເພື່ອຮັບປະກັນໃຫ້ແກ່ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ກະກຽມຫ້ອງການເຮັດວຽກຂອງກົງຈັກເສນາທິການສະພາປະຊາຊົນຂັ້ນແຂວງ ຢູ່ຂັ້ນເມືອງ ທັນຕາມກຳນົດເວລາ ແລະ ມີຄຸນນະພາບ.

ໃນຕອນແລງ ຂອງວັນທີ 27 ພຶດສະພາ 2025 ທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານປັບປຸງກົງຈັກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງເມືອງວຽງພູຄາ ແລະ ໄດ້ເປີດກອງປະຊຸມຮ່ວມຢູ່ຫ້ອງປະຊຸມ ເມືອງວຽງພູຄາເຮັດ ມີເລຂາພັກເມືອງ, ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຫົວໜ້າຫ້ອງວ່າການເມືອງ, ຫົວໜ້າຫ້ອງການພາຍໃນເມືອງ, ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງພູຄາເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງແຈ້ງການ ຂອງເລຂາທິການສະພາແຫ່ງຊາດ ສະບັບເລກທີ128/ຄລສ, ລົງວັນທີ 28/04/2025 ວ່າດ້ວຍງານປັບປຸງກົງຈັກການຈັດຕັ້ງ ແລະ ກະກຽມຫ້ອງການເຮັດວຽກຂອງກົງຈັກເສນາທິການສະພາປະຊາຊົນຂັ້ນແຂວງ ຢູ່ຂັ້ນເມືອງ ແລະ ໄດ້ປຶກສາຫາລືກ່ຽວກັບການປັງປຸງກົງຈັກການຈັດຕັ້ງ ແລະ ກະກຽມສ້າງຕັ້ງກົງຈັກເສນາທິການໃຫ້ແກ່ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງ ແລະ ວຽກງານປິ່ນອ້ອມ.

ພ້ອມນັ້ນ, ທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຍັງໄດ້ຊຸກຍູ້ໃຫ້ເມືອງປັບປຸງກົງຈັກການຈັດຕັ້ງ ເພື່ອຂໍແບ່ງຫ້ອງການໃດໜຶ່ງຂອງເມືອງ  ຕາມຄວາມເໜາະສົມ ເພື່ອເຮັດເປັນຫ້ອງເຮັດວຽກສະເພາະ ຂອງຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ.

ນັກຂ່າວ: ມະນີພອນ ໂດຍສີປະເສີດ