ໃນລະຫວ່າງວັນທີ 07-09 ພຶດສະພາ 2025 ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ, ມີທ່ານປະທານ ແລະ ຮອງປະທານຄະນະກໍາມະການ ຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທ່ານຮອງປະທານຄະນະກໍາມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ພ້ອມດ້ວຍຄະນະລົງເຄື່ອນໄຫວ ພົບປະຜູ້ມີສິດເລືອກຕັ້ງ ແລະ ຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງເມືອງ ຢູ່ເມືອງວິລະບູລີ.
ການເຄື່ອນໄຫວຄັ້ງນີ້ແມ່ນໄດ້ລົງພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາຈຸດສຸມ ແລະ ກຸ່ມບ້ານຄື: ຈຸດສຸມເມືອງວັງ ບ້ານນາຍົມ, ກຸ່ມບ້ານທີ 9 ບ້ານສົບປາ, ກຸ່ມບ້ານທີ 13 ບ້ານຕໍເຮືອ ແລະ ຈຸດສຸມກະແຕບ ບ້ານກະແຕບ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 237 ຄົນ,ຍິງ 123ຄົນ ໃນແຕ່ລະຈຸດແມ່ນໄດ້ມີການຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານແລ້ວ ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ ແລະ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ພັດປ່ຽນກັນປະກອບຄໍາເຫັນໃນຂົງເຂດທີ່ຕົນຮັບຜິດຊອບ ໃຫ້ຜູ້ມີສິດເລືອກຕັ້ງເຂົ້າໃຈຕໍ່ແຜນການພັດທະນາເສດຖະກິດ ແລະ ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງກໍ່ຄືຂອງເມືອງ ແລະ ຂອງກຸ່ມບ້ານ. ພ້ອມນັ້ນບັນດາຜູ້ມີສິດເລຶອກຕັ້ງກໍ່ມີຂໍ້ສະເໜີໃຫ້ສະພາປະຊາຊົນແຂວງຊ່ວຍຍຸກຍູ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ້ບັນຫາຕ່າງໆພາຍໃນບ້ານໂດຍສະເພາະແມ່ນການກໍ່ສ້າງພຶ້ນຖານໂຄງລ່າງ;
ນອກຈາກນັ້ນ, ຍັງໄດ້ມີການມອບອຸປະກອນການສຶກສາເຊັ່ນ ປຶ້ມ ແລະ ປິກ ໃຫ້ແຕ່ລະຈຸດທີ່ລົງເຄື່ອນໄຫວເປັນຈໍານວນເງິນທັງ ໝົດ 12,900,000 ກີບ(ສິບສອງລ້ານເກົ້າແສນກີບ).