loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມການສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກຢາເສບຕິດ ຢູ່ເມືອງຫີນບູນ.

​ກ.ກ. 14, 2023 | ເຂດ 12 ຄຳມ່ວນ

ວັນທີ 14 ກໍລະກົດ 2023 ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ສຶກສາອົບຮົມໃຫ້ແກ່ຜູ້ຖືກເຄາະຮ້າຍຈາກຢາເສບຕິດຢູ່ 2 ຈຸດຂອງເມືອງຫີນບູນຄື: ຢູ່ສູນສຶກສາອົບຮົມບ້ານຫີນບູນ ແລະ ກຸ່ມບ້ານຄໍາແກ້ວ ເມືອງຫີນບູນ, ເຂົ້າຮ່ວມມີ ທ່ານ ເທວາ ສີໂສພາ ຮອງເລຂາພັກເມືອງ, ທ່ານ ສະຫວັດ ໄຟມະສານ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງຫີນບູນ ພ້ອມດ້ວຍ ຄະນະກອງບັນຊາການ ປກສ ເມືອງ, ອຳນາດການປົກຄອງບ້ານ ແລະ ຜູ້ຖືກເຄາະຮ້າຍຈາກຢາເສບຕິດເຂົ້າຮ່ວມຮັບຟັງ ທັງໝົດ 185 ຄົນ.

ຈຸດປະສົງໃນການ ເຄື່ອນໄຫວ ແລະ ເຮັດວຽກຄັ້ງນີ້ກໍ່ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດຂັ້ນເມືອງ ແລະ ຢ້ຽມຢາມໂອ້ລົມສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກຢາເສບຕິດໃຫ້ຮັບຮູ້ ແລະ ເຂົ້າໃຈໃນການກະທຳຜິດຂອງເຂົາເຈົ້າຜິດຕໍ່ລະບຽບກົດໝາຍບ້ານເມືອງໃຫ້ຮູ້ຜົນຮ້າຍຂອງຢາເສບຕິດໃຫ້ຢຸດເຊົາທີ່ຫຼົງຜິດໄປກັບມາປ່ຽນແປງຕົນເອງເປັນຄົນດີຂອງຄອບຄົວ ແລະ ສັງຄົມ.

ໃນລະວາດັ່ງກ່າວໄດ້ຮັບຟັງໄດ້ລາຍງານວ່າ: ສູນສຶກສາອົບຮົມຂອງກຸ່ມບ້ານຫີນບູນ ປະກອບມີ 23 ບ້ານເຂົ້າສູນໄດ້ປະຈຸບັນທັງໝົດ 50 ຄົນ ເຊິ່ງໄດ້ກຳນົດສຶກສາອົບຮົມ ເປັນເວລາ 45 ວັນ ເລີ່ມນັບແຕ່ວັນທີ 12-13 ມິຖຸນາ 2023 ຮອດ 26 ກໍລະກົດ  2023 ແລະ ສູນກຸ່ມບ້ານຄໍາແກ້ວ ປະກອບມີ 25 ບ້ານເຂົ້າສູນໄດ້ປະຈຸບັນທັງໝົດ 104 ຄົນ ເຊິ່ງໄດ້ກຳນົດສຶກສາອົບຮົມ ເປັນເວລາ 45 ວັນ ນັບແຕ່ວັນທີ 15 ມິຖຸນາ 2023 ຮອດ ວັນທີ 29 ກໍລະກົດ 2023.

ຕອນທ້າຍຂອງພິທີ ທ່ານຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ແລະ ໂດຍສະເພາະຜູ້ຖືກເຄາະຮ້າຍທີ່ຢູ່ສູນໃຫ້ພ້ອມກັນຮ່ວມມື, ຮ່ວມຈິດໃຈຊ່ວຍເຫຼືອເຈົ້າໜ້າທີ່ໃນການແກ້ໄຂບັນຫາຢາເສບຕິດເພື່ອແນ່ໃສ່ເຮັດໃຫ້ທຸກຄົນຫຼຸດພົ້ນອອກຈາກການຕົກເປັນທາດຂອງຢາເສບຕິດ, ຈົ່ງພ້ອມພາກັນຈັດຕັ້ງປະຕິບັດຕາມແຜນດຳເນີນງານຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ໂຄງການດຳເນີນງານຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຕ້ານ ແລະ ແກ້ໄຂການແຜ່ລະບາດຂອງຢາເສບຕິດ ໃຫ້ປະກົດຜົນເປັນຈິງມີຄຸນນະພາບສູງສຸດ.

ໂດຍ: ເອື້ອ ມະໂນສິງ.