
ໃນລະຫວ່າງວັນທີ 7-9 ມີນາ 2022 ຜ່ານມາ, ທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ປະຊາຊົນຢູ່ 5 ບ້ານ ຄື: ບ້ານ ຕອງ, ບ້ານ ຈອມຊ້າງນໍ້າເຢັນ, ບ້ານມົກແຫວນ,ບ້ານ ພູຫຼວງ ແລະ ບ້ານ ງອນ ທີ່ຖືກຜົນກະທົບຈາກໂຄງການຂຸດຄົ້ນແຮ່ຄໍາ ຂອງ ບໍລິສັດລາວຊິນຫຼົົງອຸດສາຫະກໍາບໍ່ແຮ່ ຢູ່ເມືອງປາກແບງ, ແຂວງ ອຸດົມໄຊ.





ຈຸດປະສົງປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້, ເພື່ອຕິດຕາມກວດກາ, ພົບປະໂອ້ລົມ-ຊຸກຍູ້ປະຊາຊົນ ແລະ ເກັບກໍາສະພາບການຕ່າງໆ ທີ່ຕິດພັນກັບການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນແຂວງ ແລະ ບັນດານິຕິກໍາຕ່າງໆ. ໂອກາດດັ່ງກ່າວທ່ານຍັງໄດ້ຮັບຟັງການລາຍງານສະພາບລວມຂອງອົງການປົກຄອງທັງບ້ານ 5 ບ້ານ ພ້ອມທັງຮັບຟັງຄໍາສະເໜີຕ່າງໆ ກ່ຽວກັບຜົນກະທົບຈາກບໍລິສັດຂຸດຄົ້ນແຮ່ຄໍາ ແລະ ໄດ້ຮັບຟັງການລາຍງານສະພາບລວມການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງບໍລິສັດ; ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ຄໍາສະເໜີຕ່າງໆ. ຈາກນັ້ນ ຄະນະທິມງານຍັງໄດ້ລົງຕົວຈິງເຂດຂຸດຄົ້ນແຮ່ຄໍາ ແລະ ເຂດຈັດສັນປຸກສ້າງເຮືອນ 24 ຄອບຄົວ, ສະໂມສອນບ້ານ ແລະ ໂຮງໝໍນ້ອຍ ຂອງບໍລິສັດລາວຊິນຫຼົງອຸດສາຫະກໍາບໍ່ແຮ່.



ພາຍຫຼັງໄດ້ທີ່ລົງເຂດພື້ນທີ່ຂຸດຄົ້ນແຮ່ຄໍາ ແລະ 5 ບ້ານ, ໃນຕອນເຊົ້າຂອງວັນທີ 9 ມີນາ 2022 ຍັງໄດ້ພົບປະໂອ້ລົມອົງການປົກຄອງບ້ານປາກແບງ, ບ້ານແກ້ງຊ້າງ ແລະ ຕອນບ່າຍຂອງວັນດຽວກັນໄດ້ຮັບຟັງການລາຍງານສະພາບລວມຂອງອົງການປົກຄອງເມືອງ ແລະ ພ້ອມທັງໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຊຶ່ງທ່ານໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນໃນໄລຍະຜ່ານມາຂອງແຂວງ ແລະ ຂອງເມືອງ ພ້ອມນັ້ນ, ຍັງໄດ້ເນັ້ກໜັກບາງບັນຫາເຊັ່ນ: ຈົ່ງເພີ່ມທະວີວຽກງານການເມືອງແນວຄິດ, ຈັດຕັ້ງປະຕິບັດຕາມມະຕິຕ່າງໆ, ປັບປຸງແກ້ໄຂວຽກງານຕ່າງໆທັງອັນຮີບດ່ວນ, ສະເພາະໜ້າ ແລະ ຍາວນານ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເອົາໃຈໃສ່ເຫັນຄວາມສໍາຄັນວຽກງານສະພາປະຊາຊົນແຂວງປະຈໍາເຂດເລືອຕັ້ງເມືອງ, ເອົາໃຈໃສ່ປະຕິບັດສອງວາລະແຫ່ງຊາດ ແລະ ສືບຕໍ່ປະຕິບັດໜ້າທີ່ໃຫ້ສໍາເລັດ ແລະ ບັນລຸຕາມລະດັບຄາດໝາຍ.



ພາບ, ຂ່າວ: (ສພຂ).