ໃນລະຫວ່າງວັນທີ 07 ຫາ 09 ພຶດສະພາ 2025 ທ່ານ ຄໍາມ່ວນ ຊົມສີຫາປັນຍາ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດລັດບັດຖະທຳມະນູນ ແລະ ກົດໝາຍ ທີ່ຕິດພັນກັບ ການອໍານວຍຄວາມສະດວກທາງດ້ານການຂົນສົ່ງ ໂດຍສະເພາະ ການຂົນສົ່ງສິນຄ້າ ພາຍໃນ, ລະຫວ່າງປະເທດ ແລະ ຜ່ານແດນ; ການຈັດຕັ້ງປະຕິບັດວຽກງານສົ່ງເສີມ ການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ ເພື່ອຫຼຸດຜ່ອນການນໍາເຂົ້າ; ການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ ແລະ ການເຊົ່າສໍາປະທານທີ່ດິນ ຂອງບັນດາໂຄງການລົງທຶນ; ຕິດຕາມ, ກວດກາ ແລະ ຊຸກຍູ້ ບັນດາໂຄງການລົງທຶນຈໍານວນໜຶ່ງ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ ຢູ່ ແຂວງສະຫວັນນະເຂດ ໂດຍການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວເຮັດວຽກ ຂອງທ່ານ ທອງໄສ ອິນທິແສງ ຄະນະປະຈໍາສະພາປະຊາຊົນແຂວງ ປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະ.
ການເຄື່ອນໄຫວຄັ້ງນີ້ ທາງຄະນະໄດ້ລົງເຮັດວຽກຢູ່ ໂຮງງານຜະລິດມັນຕົ້ນລາວ TTL ( ທີທີແອວ) ພັດທະນາຄົບວົງຈອນຈໍາກັດ ຢູ່ບ້ານມະນີລາດ ເມືອງໄຊບູລີ; ດ່ານສາກົນແດນສະຫວັນ-ລາວບາວ ເມືອງເຊໂປນ;ຕິດຕາມກວດກາ ຄວາມຄືບໜ້າຂອງການກໍ່ສ້າງຂົ້ວຂ້າມເຊສະໝວນ ແລະ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການພະລັງງານລົມສະຫວັນI ເມືອງນອງ ນອກຈາກນີ້ ຍັງຕິດຕາມການຈັດຕັ້ງປະຕິບັດ ໂຄງການຊົນລະປະທານຫ້ວຍອາໄກ້ ເມືອງພີນ ຊຶ່ງທາງຄະນະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງແຕ່ລະຈຸດທີ່ລົງເຄື່ອນໄຫວ ແລະ ໃນໂອກາດ ທີ່ລົງມາເຄື່ອນໄຫວເຮັດວຽກໃນຄັ້ງນີ້, ທ່ານ ຄໍາມ່ວນ ຊົມສີຫາປັນຍາ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂ່ຳນັບທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ເພື່ອລາຍງານຈຸດປະສົງໃນການເຄື່ອນໄຫວເຮັດວຽກ ຈາກນັ້ນກໍໄດ້ສືບຕໍ່ເຮັດວຽກຮ່ວມກັບສະພາປະຊາຊົນແຂວງ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ເພື່ອຮັບຟັງການລາຍງານ ສະພາບຂ້ໍສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບ ການອໍານວຍຄວາມສະດວກທາງດ້ານການຂົນສົ່ງ ໂດຍສະເພາະ ການຂົນສົ່ງສິນຄ້າ ພາຍໃນ, ລະຫວ່າງປະເທດ ແລະ ຜ່ານແດນ, ການຈັດຕັ້ງປະຕິບັດວຽກງານຂອງຊົນລະປະທານ, ໂຮງງານຜະລິດຝຸ່ນ, ປຸ໋ຍ ແລະ ຫົວອາຫານສັດ, ສູນ, ສະຖານີ, ກຸ່ມ, ສະຫະກອນການຜະລິດກະສິກໍາ ທີ່ພົວພັນເຖິງການສົ່ງເສີມການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ, ການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ ແລະ ການປະຕິບັດພັນທະຄ່າເຊົ່າສໍາປະທານທີ່ດິນ ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງບັນດາໂຄງການລົງທຶນຈໍານວນໜຶ່ງ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ; ຫຼັງຈາກນັ້ນ, ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນດ້ານດີ ທີ່ຄວນເສີມຂະຫຍາຍ ແລະ ດ້ານຂໍ້ຄົງຄ້າງ ທີ່ຕ້ອງໄດ້ຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍທີ່ໄດ້ກໍານົດໄວ້.ພ້ອມດຽວກັນນັ້ນ ທ່ານ ຄໍາມ່ວນ ຊົມສີຫາປັນຍາ ຍັງໄດ້ມີຄໍາເຫັນຊີ້ນໍາໃຫ້ແຕ່ລະພະແນກການ ກໍຄືຂະແໜງການທີ່ກ່ຽວຂ້ອງ ເພີ່ມທະວີ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ມີປະສິດທິຜົນ ແລະ ປະສິດທິພາບຂຶ້ນກວ່າເກົ່າ.