ຮອງປະທານກຳມາທິການກົດໝາຍ ພົບປະຜູ້ມີສິດເລືອກຕັ້ງຢູ່ນະຄອນປາກເຊ

ກ.ຍ. 12, 2025

(ສພຂ) – ວັນທີ 8-9 ກັນຍາຜ່ານມາ, ທ່ານ​ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ແລະ ຄະນະ​ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານແກ້ວສໍາພັນ, ກອງບັນຊາການທະຫານ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນປາກເຊ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກຄະນະນໍາອົງການປົກຄອງນະຄອນ, ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ-ຕຳຫຼວດ, ເລຂາພັກບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ; ໃນການພົບປະ, ໄດ້ຮັບຟັງການລາຍງານຫຍໍ້ສະພາບລວມ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ທີ່ເຫັນໄດ້ຜົນສໍາເລັດ ແລະ ທິດທາງທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການທີ່ວາງໄວ້.
ທ່ານ ອໍາໄພ ຈິດມານົນ ໄດ້ນໍາເອົາເນື້ອໃນສຳຄັນທີ່ພິຈາລະນາຮັບຮອງຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຕິດພັນກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງໄດ້ເຊື່ອມຊຶມ, ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ; ພ້ອມນັ້ນ, ຍັງໄດ້ຮັບຟັງການປະກອບຄໍາຄິດເຫັນ, ຄໍາສະເໜີຈາກຜູ້ມີສິດເລືອກຕັ້ງ ໂດຍຍົກໃຫ້ເຫັນຫຼາຍບັນຫາສໍາຄັນທີ່ຕິດພັນກັບຊີວິດການເປັນຢູ່ ແລະ ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ເຊິ່ງບາງບັນຫາໄດ້ຊີ້ແຈງອະທິບາຍໃຫ້ເຂົ້າໃຈເຖິງສາເຫດ ແລະ ຄວາມຈໍາເປັນ ທັງຮັບເອົາຄໍາສະເໜີທີ່ເປັນບັນຫາໃຫຍ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕ່າງໆ ເພື່ອນໍາໄປສັງລວມລາຍງານຕໍ່ຄະນະປະຈໍາສະພາປະຊາຊົນແຂວງ ພິຈາລະນາ, ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂໃນຂັ້ນຕອນຕໍ່ໄປ. ຮອງປະທານກຳມາທິການກົດໝາຍ ຍັງຮຽກຮ້ອງໃຫ້ 2 ກໍາລັງ ສືບຕໍ່ຮັກສາມູນເຊື້ອອັນດີງາມ ແລະ ປະຕິບັດໜ້າທີ່ຄວາມຮັບຜິດຊອບຢ່າງຕັ້ງໜ້າ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມກັນຕັ້ງໜ້າປະກອບສ່ວນເປັນກໍາລັງແຮງໃນທຸກຂະບວນການຢ່າງໜັກແໜ້ນເຂັ້ມແຂງ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງພັກ, ຂອງແຂວງ ໃຫ້ມີບັນຍາກາດຟົດຟື້ນ.
(ແສງດາວອນ ແກ້ວບຸຜາພັນ ແລະ ສົມວິຈິດ ໄຊມົນຕີ)