

ໃນລະຫວ່າງວັນທີ 16-18 ມີນາ 2022 ທີ່ຜ່ານມາ ທ່ານ ນາງ ມະນີວັນ ເຢຍປາວເຮີ ສະມາຊິກສະພາແຫ່ງຊາດ(ສສຊ), ຮອງປະທານກຳມາທິການວັດທະນະທຳ-ສັງຄົມ(ກວທສ)ສພຊ ແລະ ທ່ານ ດຣ ນາງ ສິດທິວອນ ຫົງສາຄອນ(ສສຂ)ຮອງປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ(ຄວສຜ.ສພຂ) ພ້ອມດ້ວຍຄະນະທິມງານໄດ້ສຳເລັດການລົງເຄື່ອນໄຫວວຽກງານຂົງເຂດສຶກສາທີ່ແຂວງອຸດົມໄຊ ເຊິ່ງໄດ້ລົງເຄື່ອນໄຫວຕົວຈິງຢູ່ 2 ເມືອງຄື: ເມືອງຫຼາ ແລະ ເມືອງໄຊ(ເທດສະບານແຂວງ)ລວມທັງໝົດໄດ້ 7 ຈຸດຄື: ພະແນກສຶກສາທິການ ແລະ ກິລາແຂວງ, ສະໜາມກິລາແຂວງ, ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງອຸດົມໄຊ, ວິທະຍາໄລລາວນາໆຊາດ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງຫຼາ, ໂຮງຮຽນ ມສ ເມືອງຫຼາ ແລະ ໂຮງຮຽນປະຖົມສົມບູນ ບ້ານວຽງຄຳ ເມືອງຫຼາ.




ຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ກໍ່ເພື່ອຊຸກຍູ້, ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາຄາດໝາຍ ຂົງເຂດສຶກສາທິການ ແລະ ກິລາ, ການປັບປຸງຄຸນນະພາບລະບົບການຮຽນ-ການສອນໃນທຸກຊັ້ນສາຍໃນໄລຍະໃໝ່ ແລະ ການຈັດຕັ້ງປະຕິບັດວຽກງານກິລາ-ກາຍະກຳ, ພ້ອມນັ້ນໄດ້ຮັບຟັງການລາຍງານຕາມຄຳຖາມເຈາະຈິ້ມທັງໝົດ 19 ຄຳຖາມ, ນອກຈາກບັນດາຄຳຖາມເຈາະຈິ້ມດັ່ງກ່າວ ທ່ານ ນາງ ມະນີວັນ ເຢຍປາວເຮີ ສສຊ, ຮອງປະທານ(ກວທສ) ສະພາແຫ່ງຊາດ ຍັງໄດ້ຊັກຖາມຫຼາຍໆບັນຫາເພີ້ມເຕີມຢ່າງກົງໄປກົງມາເຊັ່ນ: ການສືບຕໍ່ໂຄງການອາຫານທ່ຽງໃນໂຮງຮຽນ, ການຈັດສັນງົບປະມານຕາມສາຍຕັ້ງຢູ່ຂັ້ນທ້ອງຖິ່ນ, ການແກ້ໄຂບັນຫາຄູເຫຼືອບໍ່ພໍ,ສອນບໍ່ຖືກຊັ້ນ-ສາຍ ແລະ ຄູອາສາສະໝັກ, ການຈັດຕັ້ງປະຕິບັດກິລາກາຍະກຳ ຕາມກອງທຶນພັດທະນາ ແລະ ອື່ນໆ ຈະມີວິທີແກ້ໄຂຄືແນວໃດ ແລະ ຈະສືບຕໍ່ສະເໜີຕໍ່ລັດຖະບານ ແລະ ກະຊວງກ່ຽວຂ້ອງແນວໃດ.



ນອກຈາກນີ້ທ່ານຍັງໄດ້ເນັ້ນໜັກ 2 ວາລະແຫ່ງຊາດ ທີ່ຕິດພັນກັບການຮຽນ-ການສອນ ຄວນມີວິທິຮັບມື ແລະ ວິທີແກ້ໄຂໃນຕໍ່ໜ້າແນວໃດ.
(ຂ່າວ ສພຂ).