(ສພຊ) – ວັນທີ 7 ພະຈິກ 2025 ລັດຖະບານອົດສະຕຣາລີ ແລະ ມູນນິທິເອເຊຍ (TAF) ໄດ້ຢືນຢັນອີກຄັ້ງກ່ຽວກັບການຮ່ວມມືກັບສະພາແຫ່ງຊາດ (ສພຊ) ຂອງ ສປປລາວ ໂດຍຜ່ານການເຊັນບົດບັນທຶກຄວາມເຂົ້າໃຈສະບັບໃໝ່ ໃນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນການວາງນະໂຍບາຍໂດຍອີງໃສ່ຫຼັກຖານ ແລະ ການຕິດຕາມກວດກາການຈັດຕັ້ງປະຕິບັດນິຕິກຳ; ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂຶ້ນທີ່ ສພຊ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາວເພັດ ສີຫາວົງ ຫົວໜ້າກົມການເງິນ, ຮອງຫົວໜ້າກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າ, ຄະນະເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະກົມຈາກກຳມາທິການກົດໝາຍ, ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກຳມາທິການແຜນການ, ການເງິນ ແລະ ການກວດສອບ, ຄະນະສູນຈາກສະຖາບັນຄົ້ນຄວ້ານິຕິກຳ ແລະ ກະຊວງການຕ່າງປະເທດ.

ທ່ານ ນາງ ເບນີຕາ ຊອມເມີວິວລ໌ (Benita Sommerville) ຮອງເອກອັກຄະລັດຊະທູດອົດສະຕຣາລີ ປະຈຳ ສປປລາວ ໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງອົດສະຕຣາລີ ໃນການສະໜັບສະໜູນ ສປປລາວ ໃນການສົ່ງເສີມການປົກຄອງທີ່ດີ ແລະ ເສີມຂະຫຍາຍຄວາມອາດສາມາດຂອງສະຖາບັນ. “ອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບສະພາແຫ່ງຊາດ ເພື່ອເສີມສ້າງການວາງນະໂຍບາຍທີ່ອີງໃສ່ຫຼັກຖານ ແລະ ການຕິດຕາມກວດກາດ້ານນິຕິບັນຍັດ ໃນຂະນະທີ່ ສປປລາວ ກຳລັງກະກຽມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດສະບັບຕໍ່ໄປ.”

ໂຄງການນີ້ ໄດ້ຮັບທຶນຈາກລັດຖະບານອົດສະຕຣາລີ ແລະ ຈັດຕັ້ງປະຕິບັດໂດຍມູນນິທິເອເຊຍ ເຊິ່ງມີຈຸດປະສົງເພື່ອເສີມສ້າງຄວາມສາມາດດ້ານນິຕິບັນຍັດ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍສ້າງຂຶ້ນບົນພື້ນຖານການຮ່ວມມືຫຼາຍກວ່າ 13 ປີ ລະຫວ່າງສະພາແຫ່ງຊາດ ແລະ ມູນນິທິເອເຊຍ, ໂດຍສຸມໃສ່ການເສີມຂະຫຍາຍການນຳໃຊ້ການຄົ້ນຄວ້າ ແລະ ຂໍ້ມູນໃນການວາງນະໂຍບາຍ, ປັບປຸງຂະບວນການທົບທວນນິຕິບັນຍັດ ແລະ ສົ່ງເສີມການສ້າງກົດໝາຍທີ່ມີປະສິດທິພາບເພື່ອສະໜັບສະໜູນເປົ້າໝາຍທີ່ເປັນບຸລິມະສິດຂອງການພັດທະນາປະເທດ.

ການຮ່ວມມືໄລຍະໃໝ່ນີ້ ເນັ້ນໃຫ້ເຫັນເຖິງການສະໜັບສະໜູນຢ່າງຕໍ່ເນື່ອງຂອງລັດຖະບານອົດສະຕຣາລີ ຕໍ່ ສປປລາວ ໃນການເສີມສ້າງສະຖາບັນນິຕິບັນຍັດ ແລະ ສົ່ງເສີມການປົກຄອງທີ່ມີຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມເພື່ອການພັດທະນາປະເທດຊາດແບບຍືນຍົງ.

